ປັບປຸງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ

Chia sẻ
(VOVWORLD) -ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ຕ້ອງເພີ່ມທະວີການຕິດຕາມກວດກາ, ຕີລາຄາກ່ຽວກັບບັນດານະໂຍບາຍທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ລັດຖະບານ. 
ປັບປຸງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ - ảnh 1 ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ  (ພາບ:TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມແລກປ່ຽນວຽກງານຂົນຂວາຍປະຊາຊົນ ຄະນະພັກແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ທີ່ດໍາເນີນໃນຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເນັ້ນໜັກວ່າ: ຊຸມເດືອນຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ມີການຫັນປ່ຽນຮູບແບບການເຄື່ອນໄຫວໂດຍໄວ, ເພີ່ມທະວີການໝູນໃຊ້ຮູບການທາງອອນລາຍ ເພື່ອຮັກສາບັນດາການເຄື່ອນໄຫວສໍາຄັນ. ພິເສດ, ລະດົມກໍາລັງໜູນຊ່ວຍໃຫ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຢ່າງມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນການດໍາລົງຊີວິດທີ່ປອດໄພໃຫ້ແກ່ປະຊາຊົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບົບການເມືອງ. ທ່ານນາງ ເຈືອງທິມາຍ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການຕ້ອງຕິດຕາມກວດກາອົງການຂອງຕົນ ເພື່ອຕີລາຄາບັນດານະໂຍບາຍທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ລັດຖະບານ. ສະຫະພັນໃຫຍ່ ຕ້ອງຮີບເຮັ່ງກວດກາຄືນໃໝ່ໂຄງຮ່າງປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການກໍາມະບານໃນສະພາບການໃໝ່, ຍື່ນສະເໜີຕໍ່ກົມການເມືອງ,   ກ່ອນທີ່ກົດໝາຍວ່າດ້ວຍກໍາມະບານຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນເດືອນຕຸລາ ຈະມາເຖິງ”.


 

ຕອບກັບ