ປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບ ການແບ່ງເຂດຂຸດຄົ້ນສິນໃນນ້ຳ

Chia sẻ
ລັດຖະບານ​ຫວຽດນາມ ຫາ​ກໍ​ປະກາດ​ໃຊ້​ດຳ​ລັດ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ບັນດາ​ດຳລັດ​ກ່ຽວ​ກັບ​ຂົງ​ເຂດ​ສິນ​ໃນ​ນ້ຳ
ປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບ     ການແບ່ງເຂດຂຸດຄົ້ນສິນໃນນ້ຳ - ảnh 1
ກຳປັ່ນຫາປາ
ພາບປະກອບ: internet

(vovword) - ​ລັດຖະບານ​ຫວຽດນາມ ຫາ​ກໍ​ປະກາດ​ໃຊ້​ດຳ​ລັດ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ບັນດາ​ດຳລັດ​ກ່ຽວ​ກັບ​ຂົງ​ເຂດ​ສິນ​ໃນ​ນ້ຳ, ​ໃນ​ນັ້ນ​ປັບປຸງ, ​ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແບ່ງ​ເຂດ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ. ດຳລັດ​ດັ່ງກ່າວ​​ແມ່ນ​ກຳນົດສຳລັບ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ໝູ່ເກາະ, ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂວງ ອີງ​ໃສ່​ຄວາມ​ຈຳ​ເປັນ ​ແລະ ຈຸດພິເສດສະເພາະຂອງ​​ໝູ່ເກາະ​ແຕ່ລະ​ແຫ່ງ​ເພື່ອ​ກຳນົດ​ເຂດ​ທະ​ເລ​ຢູ່​ອ້ອມ​ຮອບ​ໝູ່​ເກາະ​ນັ້ນ ​ແຕ່​ບໍ່​ເກີນ​ຂອບ​ເຂດ 6 ​​ໄມ​ທະ​ເລ ໄລ່ຕາມ​ລະດັບ​ນ້ຳ​ແຄມທະ​ເລ​ຕຳ່​ສຸດ​ຂອງ​ບັນດາ​ໝູ່​ເກາະ​ດັ່ງກ່າວ. ຄຽງ​ຄູ່​ກັນ​ນັ້ນ ອົງການ, ສ່ວນ​ບຸກຄົນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢູ່​ເຂດ​ທະ​ເລ​ຂອງ ຫວຽດນາມ ນອກຈາກຕ້ອງ​ຕອບ​ສະຫນອງ​ບັນດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ຕາມ​ຂໍ້ກຳນົດ​​ທີ່ພວມປະກາດໃຊ້ໃນປະຈຸ​ບັນ ​ແລະ ​ມີ​ຂໍ້​ກຳນົດຕື່ມ ນັ້ນ​ແມ່ນ​ຕ້ອງ​ມີ​​ໃບ​ຢັ້ງຢືນ​​ເປັນລູກເຮືອ​ຫາ​ປາ ຫລື ​ໃບ​ຢັ້ງຢືນ​ອາຊີບປະມົງ​. ນອກ​ນັ້ນ ຍັງ​ມີ​ຂໍ້​ກຳນົດ​ອື່ນ​ສຳລັບ​ອົງການຈັດຕັ້ງ ​ແລະ ສ່ວນ​ບຸກຄົນ ​ເມື່ອ​ຂຸດ​ຄົ້ນ​ຢູ່​ເຂດນ່ານທະ​ເລ​ຂອງຫວຽດນາມ ຫລື ຢູ່​ເຂດນ່ານ​ທະ​​ເລ ອື່ນ.