![ປັບປຸງ, ເພີ່ມທະວີຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ສະຫະພັນລັດເຊຍ - ảnh 1](https://photo-cms-vovworld.zadn.vn/w500/uploaded/vovworld/gtnjgu/2018_09_21/photo-2-15375064770221416071020_adxp.jpg)
ຄະນະຜູ້ແທນຂັ້ນສູງ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ມີການພົບປະເຈລະຈາກັບທ່ານ ຮອງປະທານສະພາຕ່ຳຂອງລັດເຊຍ, ທ່ານ Ivan Melnikov ຮອງປະທານຜູ້ທີໜຶ່ງ ຄະນະກຳມະການສູນກາງພັກ ກອມມູນິດສະຫະພັນລັດເຊຍ.(ພາບ:dantri.com.vn)
|
ທີ່ການເຈລະຈາ, ສອງຝ່າຍຖືວ່າ ການພົວພັນລະຫວາງສອງປະເທດ ຈະໄດ້ຮັບກຳລັງພົນໃໝ່ເພີ່ມ ໃນປີ 2019 ເມື່ອຈັດຕັ້ງ “ປີຫວຽດນາມ ຢູ່ ສະຫະພັນລັດເຊຍ” ແລະ “ປີ ສະຫະພັນລັດເຊຍ ຢູ່ ຫວຽດນາມ”. ສອງຝ່າຍເຫັນດີເປັນເອກະພາບຖືວ່າ ການຢ້ຽມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ໄດ້ສ້າງກຳລັງພົນຢ່າງເຂັ້ມແຂງ ຊຸກຍູ້ການຮ່ວມມືສອງຝ່າຍ.
ທ່ານ Melnikov ເນັ້ນໜັກວ່າ ລັດເຊຍສະໜັບສະໜູນການທີ່ຫວຽດນາມ ຍົກສູງຖານະບົດບາດຂອງຕົນໃນເວທີສາກົນ. ພ້ອມນັ້ນ ສະເໜີສອງຝ່າຍຄວນເອົາໃຈໃສ່ແມ່ນ ສຶກສາອົບຮົມລຸ້ນໜຸ່ມໃຫ້ເຂົ້າໃຈກວ່າເກົ່າກ່ຽວກັບການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງປະເທດ; ເພີ່ມທະວີການຕິດຕາມຄວບຄຸມຈາກຝ່າຍສະພາແຫ່ງຊາດ ກໍ່ຄືບັນດາອົງການຈັດຕັ້ງສັງຄົມ ສຳລັບວິວັດການຜັນຂະຫຍາຍບັນດາຂໍ້ຕົກລົງ ຂອງສອງປະເທດຢູ່ບັນດາຂັ້ນຕ່າງໆ, ລະຫວ່າງລັດຖະບານ, ສະພາແຫ່ງຊາດ ກໍ່ຄືບັນດາອົງການຈັດຕັ້ງສົງຄົມ. ທ່ານ Melnikov ສະແດງຄວາມສົນໃຈຕໍ່ປະສົບການຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນການເປັນຂົວຕໍ່ລະຫວ່າງ ລະບອບການເມືອງຂອງປະເທດຊາດ ແລະ ມະຫາຊົນ.