ປັບປຸງ, ປ່ຽນໃໝ່, ພັດທະນາ ສະຫະກອນເຂດພາກກາງ - ໄຕຫງວຽນ

Chia sẻ
ກອງ​ປະຊຸມ​ຮ່ວມສຳພັນສະຫະກອນ ບັນດາ​ແຂວງ​ທາງ​ພາກ​ກາງ - ​ໄຕ​ຫງວຽນ ຄັ້ງ​ທີ 21 ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 03/04, ຢູ່​ນະຄອນ ​ໂຮ້ຍອານ, ​ແຂວງ ກວາງ​ນາມ

ປັບປຸງ, ປ່ຽນໃໝ່, ພັດທະນາ ສະຫະກອນເຂດພາກກາງ - ໄຕຫງວຽນ - ảnh 1
(ພາບປະກອບ)
(vovworld) - ກອງ​ປະຊຸມ​ຮ່ວມສຳພັນສະຫະກອນ ບັນດາ​ແຂວງ​ທາງ​ພາກ​ກາງ - ​ໄຕ​ຫງວຽນ ຄັ້ງ​ທີ 21 ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 03/04, ຢູ່​ນະຄອນ ​ໂຮ້ຍອານ, ​ແຂວງ ກວາງ​ນາມ, ​ໄດ້​ດຶງ​ດູດ​ການ​ນຳ​ຂອງ 18 ​ແຂວງ ທາງ​ພາກ​ກາງ ​ແລະ ​​ເຂດ​ໄຕ​ຫງວຽນ ​ເຂົ້າ​ຮ່ວມ. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບບັນດາ​ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ​ປັບປຸງ, ປ່ຽນ​ໃໝ່​ພັດທະນາ​ສະ​ຫະ​ກອນ ຕາມ​ເນື້ອ​ໃນຈິດ​ໃຈ​ຂອງກົດໝາຍ​ວ່າ​ດວ້ຍສະຫະກອນ ປີ 2012 ສະ​ບັບປັບປຸງ; ສະ​ເໜີ​ບັນດາມາດ​ຕະການ​ຕ່າງໆ​ຢ່າງ​ລະອຽດ​ເພື່ອ​ພັດທະນາ​ສະຫະກອນ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ຮ່ວມ​ສຳພັນ​ສະຫະກອນ​ຫວຽດນາມ ດ່າວຊວນເກີນ ​ໄດ້​ເອົາ​ໃຈ​ໃສ່​ວ່າ; ຮ່ວມ​ສຳພັນ​ສະຫະກອນ ຢູ່​ບັນດາ​ທ້ອງ​ຖິ່ນ​ຕ້ອງ​​ໂຄສະນາກົດໝາຍ​ວ່າ​ດວ້ຍສະຫະກອນປີ 2012 ​​ເພື່ອໃຫ​້​​ສະມາຊິກ​ຕາ​ແສງ, ຄົນ​ງານ​ເຂົ້າ​ໃຈ​ກ່ຽວ​ກັບ​ສິດຜັນ​ປະ​ໂຫຍ​ດ ​ແລະ ພັນທະ​ຂອງ​ຕົນ​ໃນ​ກົດໝາຍ​ໃໝ່; ​ແນະນຳ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ສະຫະກອນ​ຮ່ວມ​ສຳພັນ, ສ້າງ​​ເປັນ​ບາງ​ສະຫະພັນ​ສະຫະກອນ, ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ​ສ້າງຮ່ວມ​ສຳພັນ​ຕໍ່​ກັບ​ບັນດາ​ສະຫະກອນ ​ໃນ​ເຂດ ​ເພື່ອ​ສະ​ໜອງ​ວັດຖຸ​ດິບ ​ແລະ ການຈຳ​ໜ່າຍຜະລິດ​ຕະພັນ​​ຊ່ວຍ​ໃຫ້​ສະຫະກອນ​ມີ​ເງື່ອນ​ໄຂ​​ເພື່ອ​ພັດທະນາ.