ປິດ​ວັນ​ບຸນ​ທ່ອງ​ທ່ຽວ​ແຂວງ ຫວິງ​ລອງ ຄັ້ງ​ທີ 2 ປີ 2022

Chia sẻ
(VOVWORLD) -ພາຍຫຼັງດຳເນີນເປັນເວລາ 3 ວັນດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງ, ຕອນຄ່ຳວັນທີ 23 ເມສາ, ຢູ່ສະໜາມຫຼວງນະຄອນ ຫວິງລອງ, ແຂວງ ຫວິງລອງ, ຈັດພິທີປິດວັນບຸນທ່ອງທ່ຽວແຂວງ ຫວິງລອງ ຄັ້ງທີ 2 ປີ 2022.
ປິດ​ວັນ​ບຸນ​ທ່ອງ​ທ່ຽວ​ແຂວງ ຫວິງ​ລອງ ຄັ້ງ​ທີ 2 ປີ 2022 - ảnh 1ພິທີປິດວັນບຸນທ່ອງທ່ຽວແຂວງ ຫວິງລອງ ຄັ້ງທີ 2 ປີ 2022 (ພາບ:TTXVN)

ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນແນະນຳ, ໂຄສະນາ, ເຊີດຊູພາບພົດຂະແໜງທ່ອງທ່ຽວ, ຜະລິດຕະພັນທີ່ເປັນເອກະລັກຂອງບັນດາແຂວງ, ນະຄອນຕໍ່ແຂກທ່ອງທ່ຽວ. ພ້ອມກັນນັ້ນ, ກອງປະຊຸມສຳມະນາວິທະຍາສາດກ່ຽວກັບມາດຕະການພັດທະນາການທ່ອງທ່ຽວແຂວງ ຫວິງລອງ ຮອດປີ 2025 ກາຍເປັນເຂດເສດຖະກິດສຳຄັນ, ກຳນົດທິດຮອດປີ 2030, ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງໃຫຍ່ຫຼວງ ເພື່ອແນໃສ່ຫວນຄືນສະພາບຕົວຈິງຜະລິດຕະພັນທີ່ເປັນເອກະລັກສະເພາະ, ການຮ່ວມສຳພັນດ້ານການທ່ອງທ່ຽວພາຍໃນ ແລະ ນອກແຂວງ, ແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການທ່ອງທ່ຽວ, ຈາກນັ້ນສ້າງມາດຕະການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ຫວິງລອງຢ່າງມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ແກ່ຂະແໜງທ່ອງທ່ຽວຂອງແຂວງພັດທະນາ, ກາຍເປັນຂະແໜງເສດຖະກິດສຳຄັນ.

 

ຕອບກັບ