ປົກປ້ອງສິດເສລີທາງສາສະໜາໃຫ້ທຸກໆຄົນ, ທຸກໆພາກສ່ວນໃນສັງຄົມ

Chia sẻ
(vovworld)- ຕອນ​ເຊົ້າ​ວັນ​ທີ 17/8, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ

ປົກປ້ອງສິດເສລີທາງສາສະໜາໃຫ້ທຸກໆຄົນ, ທຸກໆພາກສ່ວນໃນສັງຄົມ - ảnh 1
ກອງ​ປະ​ຊຸມ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ຊ່ຽວຊານໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ

(vovworld)- ຕອນ​ເຊົ້າ​ວັນ​ທີ 17/8, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ຊ່ຽວຊານໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ. ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ສາ​ສະ​ໜາ, ຜູ້​ຊ່ຽວ​ຊານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ພາຍຫຼັງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ອົງ​ການ​ສາ​ສະ​ໜາ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ແລະ ອົງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ, ຮ່າງ​ກົດ​ໝາຍ​ໄດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ສາ​ສະ​ນິກ​ກະ​ຊົນ. ພະ​ອາ​ຈານ​ໃຫຍ່ ທິກ​ດຶກ​ຖ້ຽນ ຊີ້​ແຈ້ງວ່າ : 

    “ ບັນ​ດາ​ຄຳ​ວ່າ “ ສະ​ເໜີ ”, “ຂໍ​ອະ​ນຸ​ຍາດ” ໄດ້​ຖືກ​ທົດ​ແທນ​ດ້ວຍ​ຄຳ​ປະ​ກາດ​ກ່ຽວ​ກັບ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ສາ​ສະ​ໜາ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ຂອງ​ສາ​ສະ​ໜາ. ຮ່າງ​ກົດ​ໝາຍ​ກໍ​ໄດ້​ຊີ້​ແຈ້ງວ່າ ບັນ​ດາ​ສາ​ສະ​ໜາ​ມີ​ຖາ​ນະ​ນິ​ຕິ​ບຸກຄົນ​ໃນ​ສັງ​ຄົມ, ມີ​ບັນ​ດາ​ມາດ​ຕາ​ເພື່ອ​ໃຫ້​ບັນ​ດາ​ສາ​ສະ​ໜາ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ພິມ​ຈຳ​ໜ່າຍ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ຊ່ວຍ​ເຫຼືອ​ສັງ​ຄົມ, ການ​ເຄື່ອນ​ໄຫວ​ກຸ​ສົນ”