ບັນດາໂຮງໝໍສາຍທ້າຍຮີບເຮັ່ງປະຕິບັດການແຍກຫ່າງແລະເພີ່ມທະວີການວິໄຈຫາເຊື້ອໂຄວິດ-19

Chia sẻ
(VOVWORLD) -ບັນດາໂຮງໝໍສາຍທ້າຍຈຳກັດການຮັບຄົນເຈັບທີ່ບໍ່ແມ່ນກໍລະນີສຸກເສີນ, ອາການພະຍາດເປັນປົກກະຕິ
ບັນດາໂຮງໝໍສາຍທ້າຍຮີບເຮັ່ງປະຕິບັດການແຍກຫ່າງແລະເພີ່ມທະວີການວິໄຈຫາເຊື້ອໂຄວິດ-19 - ảnh 1ໂຮງໝໍສາຍທ້າຍຈຳກັດການຮັບຄົນເຈັບທີ່ບໍ່ແມ່ນກໍລະນີສຸກເສີນ
(ພາບປະກອບ: moh.gov.vn)

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຫາກໍ່ປະກາດໂທລະເລກດ່ວນຮຽກຮ້ອງໃຫ້ຫົວໜ້າບັນດາໂຮງໝໍຂຶ້ນກັບກະຊວງສາທາລະນະສຸກ, ໂຮງໝໍຂຶ້ນກັບມະຫາວິທະຍາໄລ ແລະ ໂຮງໝໍສູນກາງຈົ່ງເຂັ້ມງວດ, ຮີບເຮັ່ງປະຕິບັດການແຍກຫ່າງຢູ່ໂຮງໝໍ. ພ້ອມທັງຮຽກຮ້ອງໃຫ້ບັນດາໂຮງໝໍສາຍທ້າຍຈຳກັດການຮັບຄົນເຈັບທີ່ບໍ່ແມ່ນກໍລະນີສຸກເສີນ, ອາການພະຍາດເປັນປົກກະຕິ; ຈັດແບ່ງເຂດ “ຕ້ອນຮັບສຳຮອງ” ເພື່ອກວດ ແລະ ປິ່ນປົວພະຍາດໃຫ້ກໍລະນີສຸກເສີນ ໃນເວລາລໍຖ້າຜົນການວິໄຈໄວຣັດ SARS-CoV-2. ຈັດຕັ້ງການວິໄຈຫາເຊື້ອໂຄວິດ-19 ໃຫ້ພາລະກອນການແພດ, ຄົນເຈັບ ແລະ ຍາດຕິພີ່ນ້ອງ (ຜູ້ຢູ່ເບິ່ງແຍງຄົນເຈັບ) ໂດຍທັນທີ, ຍ້າຍຄົນເຈັບພຽງແຕ່ກໍລະນີທີ່ມີຜົນວິໄຈຫາເຊື້ອອອກເປັນລົບເທົ່ານັ້ນ; ພ້ອມທັງເປັນເຈົ້າການວິໄຈຫາເຊື້ອໂຄວິດ-19 ອີງຕາມການຜັນແປຂອງໂລກລະບາດ ເພື່ອແນໃສ່ກວດພົບໄວ ແລະ ແກ້ໄຂຢ່າງທັນການ.

ຕອບກັບ