ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

Chia sẻ
(VOVWORLD) - ຂະແໜງອຸດສາຫະກຳການຄ້າ 6 ແຂວງ ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫລວງນ້ຳທາ, ບໍ່ແກ້ວ ແລະ ຜົ້ງສາລີ, ພາກເໜືອ ລາວ ຫາກໍ່ເຊັນຂໍ້ຕົກລົງຮ່ວມມືກັບພະແນກອຸດສາຫະກຳການຄ້າແຂວງ ດ້ຽນບຽນ ໃນຂົງເຂດການລົງທຶນ ແລະ ການຄ້າຊາຍແດນໄລຍະປີ 2019 – 2020. 
ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ - ảnh 1 ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ຕາມຂໍ້ຕົກລົງແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮັກສາແຫຼ່ງສິນຄ້າແລກປ່ຽນການຄ້າຄືປັດຈຸບັນ, ມານະພະຍາຍາມຊຸກຍູ້ການເຕີບໂຕວົງເງິນການຄ້າທຸກໆປີຂຶ້ນ 10%, ສຸມໃສ່ເຂົ້າໃນບັນດາໝວດສິນຄ້າ: ວັດສະດຸກໍ່ສ້າງ, ກະສິກຳ - ເຄື່ອງປ່າຂອງດົງ, ເຄື່ອງສິລະປະຫັດຖະກຳ …ພ້ອມທັງສົ່ງເສີມບັນດາວິສາຫະກິດຢູ່ແຂວງ ດ້ຽນບຽນ ສືບຕໍ່ຊອກຫາກາລະໂອກາດລົງທຶນເຂົ້າໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດຢູ່ບັນດາແຂວງພາກເໜືອລາວ ເພື່ອສົ່ງອອກບັນດາຜະລິດຕະພັນໄປຍັງຕ່າງປະເທດ. ບັນດາຝ່າຍໄດ້ພິຈາລະນາຄວາມຄືບໜ້າການປະຕິບັດຂໍ້ຕົກລົງການຮ່ວມມືດ້ານການຄ້າຊາຍແດນ ແລະ ບັນດາສັນຍາເຊິ່ງ 2 ຝ່າຍໄດ້ລົງນາມລະຫວ່າງ 2 ລັດຖະບານ, ພ້ອມທັງ ປຶກສາຫາລືຊອກຫາມາດຕະການ ເພື່ອບັນລຸໄດ້ເປົ້າໝາຍວົງເງິນການຄ້າ 2 ສົ້ນ ຫວຽດນາມ - ລາວ ແມ່ນ 1 ຕື້ USD ໃນປີ 2019 ແລະ ການເຕີບໂຕ 10% ໃນແຕ່ລະປີ.

 

ຕອບກັບ