ບັນດາເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/7

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 -27/7/2017), ວັນທີ 13 ກໍລະກົດ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ ແລະ ນັກຮຽນທຸກຍາກບືນຕົວຂຶ້ນຢູ່ເມືອງ ກົນດ໋າວ, ແຂວງ ບ໋າເຣ້ຍ - ຫວູງເຕົາ. 
ບັນດາເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/7 - ảnh 1 ພາບປະກອບ

ທ່ານນາງຮອງປະທານປະເທດ ໄດ້ຊົມເຊີຍອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໄດ້ປະຕິບັດຢ່າງມີປະສິດທິຜົນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດກ່ຽວກັບວຽກງານຕອບບູນແທນຄຸນ, ຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ເດັກນ້ອຍໃນບໍລິເວນເມືອງ. ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ກວາງຈີ້, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ, ຖະຫວາຍທູບທຽນ, ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານກຳແພງ ເກົ່າ ກວາງຈິ້ ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ. ຢູ່ຮ່າໂນ້ຍ, ໜັງສືພິມ ຕ່ຽນຟອງ, ໄດ້ສົມທົບກັບບໍລິສັດການບິນ VietJet, ທະນາຄານພັດທະນານະຄອນ ໂຮ່ຈີມິນ (HD Bank) ແລະ ສູນເບິ່ງແຍງດູແລທະຫານເສຍອົງຄະ ຢູຍຕຽນ (ຮ່ານາມ) ຈັດຕັ້ງງານພົບປະແລກປ່ຽນ “ແສງໄຟ ຈາກຫົວໃຈ”.  ຢູ່ແຂວງ ດັກນົງ, ສະມາຄົມນັກຮົບເກົ່າແຂວງ ໄດ້ຜັນຂະຫຍາຍບູລະນະການປະຕິສັງຂອນເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ອະນຸສາວາລີ, ຈັດຕັ້ງການຢື້ຢາມຖາມຂ່າວບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ທ້ອງຖິ່ນ.

ຕອບກັບ