ບັນດາອົງການສະມາຊິກປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຄັ້ງທີ 8 ແນວໂຮມປະເທດຊາດຫວຽດນາມ

Chia sẻ
(vovworld) – ຜູ້ຕາງໜ້າ 46 ອົງການ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ຄັ້ງ​ທີ 8.
ບັນດາອົງການສະມາຊິກປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຄັ້ງທີ 8 ແນວໂຮມປະເທດຊາດຫວຽດນາມ - ảnh 1
(ບັນດາ​ອົງການ​ສະມາຊິກ​ປະ​ກອບ​ຄຳ​ເຫັນ​ໃສ່​ເອກະສານ
​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8 ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ)

(vovworld) –  ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ປະ​ກອບ​ຄຳ​ເຫັນ​ໃສ່​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8 ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ, ວັນ​ທີ 05/08, ຜູ້ຕາງໜ້າ 46 ອົງການ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ຄັ້ງ​ທີ 8. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບສະພາບ​ການ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ, ບັນ​ດາບົດ​ຮຽນ, ​ເປົ້າ​ໝາຍ, ທິດ​ທາງ ​ແລະ ​5 ໂຄງການ​ເຄື່ອນ​ໄຫວ​ໃນ​​ອາຍຸ​ການ​ຈະ​ມາ​ເຖິງ. ​ໃນ​ນັ້ນ​ສຸມ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ສະມາຊິກ, ການປະກອບສ່ວນຂອງ​ບັນດາ​ອົງການ​ສະມາຊິກ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ຢືນຢັນ​ວ່າ ຈະ​ສືບ​ຕໍ່​ປັບປຸງ​​ເອກະສານ​ກອງ​ປະຊຸມ​​ໃຫຍ່​ຕາມ​ທິດ​ເຮັດ​ແຈ້ງ​ກົນ​ໄກ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ເປັນ​ຜູ້ຕາງໜ້າ, ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ປະຊາຊົນ ​ແລະ ​ເຮັດ​ແຈ້ງ​ກົນ​ໄກ​ຕິດຕາມ​ກວ​ດກາ. ພາຍຫຼັງ​ຮັບ​ເອົາ, ລວບ​ລວມຄຳ​ເຫັນ​ທີ່​ກອງ​ປະຊຸມ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສຸມ​ໃສ່​ປຶກສາ​ຫາລື​ເພື່ອ​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​​ເງື່ອນ​ໄຂ​ໃນ​ປະຈຸ​ບັນ ​ແລະ ຍື່ນ​ສະ​ເໜີ​ຕໍ່​ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ຄັ້ງ​ທີ 8 ​ໃນ​ເດືອນ 09/2014.