ບັນດາພະຍານຫລັກຖານປະຫວັດສາດແລະນິຕິທຳຢັ້ງຢືນໝູ່ເກາະຮ່ວາງຊາແລະເຈື່ອງຊາແມ່ນຂອງຫວຽດນາມ

Chia sẻ

(VOVWORLD) -ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ- ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ” ພວມດຳເນີນຢູ່ ເທດສະບານ ອ໋າຍຕື໋ ເມືອງ ຈ້ຽວຟອງ ແຂງ ກວ໋າງຈີ້ ແຕ່ວັນທີ 02-05 ຕຸລາ.

ງານວາງສະແດງໄດ້ນຳວາງສະແດງ 120 ຮູບພາບ, ເອກະສານ, ແຜນທີ່ ຊື່ງໄດ້ເກັບກຳຢູ່ພາຍໃນປະເທດ ແລະ ໃນໂລກ ໂດຍຢັ້ງຢືນດ້ານນິຕິທຳກ່ຽວກັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາແມ່ນຂອງຫວຽດນາມ

ພ້ອມກັນນັ້ນ ງານວາງສະແດງກໍ່ໄດ້ແນະນຳບັນດາແຜນທີ່ ໂດຍຊາວຫວຽດນາມ ແຕ້ມແຕ່ທັດສະວັດທີ XVII-XX, ແຜນທີ່ຂອງຈີນໂດຍບັນດາປະເທດຝ່າຍຕາເວັນຕົກ ແລະ ຈີນ ພິມຈຳຫນ່າຍໃນສະຕະວັດທີ XVI –XX ໂດຍຂຽນວ່າ: ຜືນແຜ່ນດິນຂອງຈີນ ທາງກ້ຳໃຕ້ ແມ່ນ ຢູ່ ເກາະໄຮ່ຫນານ. ໝວດແຜນທີ່ຫວຽດນາມ ໂດຍບັນດາປະເທດຝ່າຍຕາເວັນຕົກແຕ້ມ ແລະ ພິມຈຳຫນ່າຍແຕ່ສະຕະວັດທີ XVI-XX ໄດ້ຢັ້ງຢືນວ່າ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ລ້ວນແຕ່ຂອງຫວຽດນາມ.

ຕອບກັບ