ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາຍົກອອກທິດທາງຄ້ຳປະກັນສະບຽງອາຫານໄລຍະ 10 ປີ

Chia sẻ
(VOVWORLD) -ບັນດາລັດຖະມົນຕີກະຊວງກະສິກຳ ແລະ ສະທັນຍາຫານຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ໃຫ້ຄຳໝັ້ນສັນຍາຍົກອອກທິດທາງໃໝ່ ເພື່ອແນະນຳບັນດາຄວາມມານະພະຍາຍາມຊຸກຍູ້ການຄ້ຳປະກັນສະບຽງອາຫານໃນໄລຍະ 10 ປີຈະມາເຖິງ.
ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາຍົກອອກທິດທາງຄ້ຳປະກັນສະບຽງອາຫານໄລຍະ 10 ປີ - ảnh 1ກອງປະຊຸມຄ້ຳປະກັນສະບຽງອາຫານສະບຽງອາຫານຂັ້ນລັດຖະມົນຕີ
(ພາບ: apec.org)

ທີ່ກອງປະຊຸມຄ້ຳປະກັນສະບຽງອາຫານຂັ້ນລັດຖະມົນຕີ ເຊິ່ງດຳເນີນທາງອອນລາຍໃນວັນທີ 19 ສິງຫາ ໃນຂອບເຂດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2021 ໂດຍ ນິວຊີແລນ ເປັນເຈົ້າພາບຈັດຕັ້ງ, ບັນດາລັດຖະມົນຕີກະຊວງກະສິກຳ ແລະ ສະທັນຍາຫານຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ໃຫ້ຄຳໝັ້ນສັນຍາຍົກອອກທິດທາງໃໝ່ ເພື່ອແນະນຳບັນດາຄວາມມານະພະຍາຍາມຊຸກຍູ້ການຄ້ຳປະກັນສະບຽງອາຫານໃນໄລຍະ 10 ປີຈະມາເຖິງ. ທິດທາງໄດ້ສຸມໃສ່ 4 ບັນຫາຈຸດສຸມລວມມີ ການຫັນເປັນດີຈີຕອນ ແລະ ການປ່ຽນແປງໃໝ່, ສະມັດຕະພາບ, ລັກສະນະກວມລວມ ແລະ ລັກສະນະຍືນຍົງ. ຖະແຫຼງການຮ່ວມໄດ້ຍົກອອກມາພາຍຫຼັງກອງປະຊຸມໄດ້ເນັ້ນໜັກເຖິງເລື່ອງຮັບປະກັນໃຫ້ໂລກມີແຫຼ່ງສະໜອງທັນຍາຫານເປັນປົກກະຕິແມ່ນສິ່ງທ້າທາຍໃຫຍ່ຫຼວງທີ່ສຸດເຊິ່ງບັນດາພື້ນຖານເສດຖະກິດ APEC ແລະ ບັນດາພື້ນຖານເສດຖະກິດທີ່ຍັງເຫຼືອຂອງໂລກຕ້ອງປະເຊີນໜ້າ, ພິເສດແມ່ນພາຍຫຼັງບັນດາປະເທດຟື້ນຟູຫຼັງໂລກລະບາດໂຄວິດ-19.

ຕອບກັບ