ບັນດາປະເທດເອີລົບມີປະຕິກິລິຍາຕໍ່ເລື່ອງກອງປະຊຸມສຸດຍອດອີຢູທີ່ຍັງບໍ່ທັນເປັນເອກະພາບບັນດາຕຳແໜ່ງນຳໜ້າ

Chia sẻ
(VOVWORLD) -ວັນທີ 01 ກໍລະກົດ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ສະແດງຄວາມຫວັງວ່າ, ການນຳບັນດາປະເທດຂຶ້ນກັບສະຫະພາບເອີລົບ (ອີຢູ) ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນຊີລາຍຊື່ຜູ້ອອກສະໝັກດຳລົງບັນດາຕຳແໜ່ງການນຳສູງສຸດຂອງກຸ່ນພັນທະມິດນີ້.

ບັນດາປະເທດເອີລົບມີປະຕິກິລິຍາຕໍ່ເລື່ອງກອງປະຊຸມສຸດຍອດອີຢູທີ່ຍັງບໍ່ທັນເປັນເອກະພາບບັນດາຕຳແໜ່ງນຳໜ້າ - ảnh 1 4 ຕຳແໜ່ງສູງສຸດພວມຖືກ “ໂຈະໄວ້” ຫຼື ຖືກສະກັດກັ້ນຍ້ອນຄວາມບໍ່ລົງລອຍກັນ

(ພາບປະກອບ: AFP/TTXVN)

ເມື່ອແລກປ່ຽນກ່ຽວກັບວົງການນັກຂ່າວພາຍຫຼັງກອງປະຊຸມສຸດຍອດອີຢູ ຢູ່ບຣຸກແຊນ, ປະເທດແບນຊິກ ທັງຕ້ອງຢຸດຕິກາງກອງປະເທດ ພາຍຫຼັງການນຳບັນດາປະເທດບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາດັ່ງກ່າວ, ທ່ານນາງນາຍົກລັດຖະມົນຕີ Angela Merkel ເນັ້ນໜັກວ່າ, ທ່ານ “ຫວັງວ່າດ້ວຍຄວາມເຈດຕະນາດີ, ຂໍ້ຕົກລົງຈະໄດ້ຮັບການປະຕິບັດ”. ສ່ວນທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ຕີລາຄາວ່າ ວິວັດການເລືອກຕັ້ງບັນດາຕຳແໜ່ງການນຳຂອງ EC ແມ່ນ “ສັບສົນທີ່ສຸດ” ເມື່ອມີ “ຫຼາຍກກຸ່ມ”, ພ້ອມທັງເຮັດໃຫ້ຄວາມອາດສາມາດທີ່ ບັນດາປະເທດຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນວັນທີ 02 ກໍລະກົດ ນີ້ຫຼຸດລົງ.

        ກ່ອນໜ້ານັ້ນ, ໃນການປຶກສາຫາລືເປັນເວລາ 20 ຊົ່ວໂມງ, ການນຳບັນດາປະເທດ: ເຢຍລະມັນ, ຝລັ່ງ ແລະ ແອັດສະປາຍ ໄດ້ສະໜັບສະໜູນສະເໜີທ່ານ Frans Timmermans ຜູ້ອອກສະໝັກເລືອກຕັ້ງຂຶ້ນກັບພັກສັງຄົມໂຮນລັງ ດຳລົງຕຳແໜ່ງປະທານ EC ແທນທ່ານ Jean Claude Juncker. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງດັ່ງກ່າວຖືກຄັດຄ້ານຢ່າງແຮງຈາກບັນດາປະເທດ ໂປໂລຍ, ຮຸງກາຣີ, ສ.ເຊັກໂກ ແລະ ສະໂລວາກີ. 4 ຕຳແໜ່ງສູງສຸດພວມຖືກ “ໂຈະໄວ້” ຫຼື ຖືກສະກັດກັ້ນຍ້ອນບັນດາຄວາມບໍ່ລົງລອຍກັນລະຫວ່າງບັນດາຜູ້ມີສິດຕັດສິນ.

        ຄາດວ່າ, ກອງປະຊຸມຈະສືບຕໍ່ເຮັດວຽກໃນເວລາ 16 ໂມງ (ຕາມເວລາຫວຽດນາມ) ຂອງວັນທີ 02 ກໍລະກົດ.

ຕອບກັບ