ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

Chia sẻ
(VOVWORLD) -ພາຍຫຼັງໝາກຜົນການປ່ອນບັດໄດ້ຮັບການປະກາດ, ຜູ້ຕາງໜ້າ 75 ປະເທດມີບົດກ່າວປາໄສສັ້ນ, ໃນນັ້ນມີຫຼາຍປະເທດສະໜັບສະໜູນມະຕິຮຽກຮ້ອງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ
ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ - ảnh 1ກອງປະຊຸມພິເສດຄັ້ງທີ 11, ສະມັດຊາໃຫຍ່ ສປຊ ຮຽກຮ້ອງຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ (ພາບ: AFP/TTXVN)

ດ້ວຍອັດຕາບັດສະໜັບສະໜູນ 141 ບັດ, ບັດຄ້ານ 7 ບັດ ແລະ ບັດຂາວ 32 ບັດ, ຕອນບ່າຍວັນທີ 23 ກຸມພາ (ຕາມເວລາ ນິວຢອກ), ຢູ່ກອງປະຊຸມພິເສດຄັ້ງທີ 11, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເນື່ອງໃນໂອກາດຄົບຮອບ 1 ປີທີ່ ລັດເຊຍຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ.

ພາຍຫຼັງໝາກຜົນການປ່ອນບັດໄດ້ຮັບການປະກາດ, ຜູ້ຕາງໜ້າ 75 ປະເທດມີບົດກ່າວປາໄສສັ້ນ, ໃນນັ້ນມີຫຼາຍປະເທດສະໜັບສະໜູນມະຕິຮຽກຮ້ອງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ. ໃນຂະນະນັ້ນ, ທ່ານ ຜູ້ຕາງໜ້າລັດເຊຍປະຈຳ ສປຊ ໄດ້ປະກາດວ່າ ມະຕິຈະບໍ່ປະກອບສ່ວນຫັນໄປສູ່ ວິທີການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ ລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ທີ່ໄດ້ປີ່ນຂັ້ນໄດກ່ອນນັ້ນໜຶ່ງປີ. ໃນເຫດການທີ່ກ່ຽວຂ້ອງ, ໃນຖະແຫຼງການລວມ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມຢູ່ນະຄອນ Bangalore, ທາງພາກໃຕ້ ອິນເດຍ, ວັນທີ 23 ກຸມພາ, ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ຢັ້ງຢືນຄືນໃໝ່ ການສະໜັບສະໜູນຢ່າງໝັ້ນແກ່ນ ທີ່ສະຫງວນໃຫ້ແກ່ຢູແກຼນ ແລະ ກ່າວເຕືອນວ່າຈະປະຕິບັດບັນດາມາດຕະການລົງໂທດເພີ່ມເຕີມຕ້ານລັດເຊຍ ເມື່ອມີຄວາມຈຳເປັນ.

ຕອບກັບ