ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການພົບປະກັບທ່ານປະທານາທິບໍດີ ຈີເລ Sebastian Pinera ຢູ່ນະຄອນຫລວງ Brasilia, ທ່ານປະທານາທິບໍດີ Bolsonaro ໃຫ້ຮູ້ວ່າ: ການພົບປະກັບການນຳບັນດາປະເທດໃນພາກພື້ນ, ເວັ້ນເສຍແຕ່ ເວເນຊູເອລາ, ຈະປຶກສາຫາລືນະໂຍບາຍລວມໃນການປົກປັກຮັກສາປ່າ Amazon.
ໃນຖະແຫຼງການຮ່ວມ ບຣາຊິນ - ຈີເລ: ການນຳ 2 ປະເທດກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 2 ຝ່າຍ ແລະ ການໜູນຊ່ວຍດ້ານການເງິນສາກົນໃນການແກ້ໄຂວິກິດການສິ່ງແວດລ້ອມຢູ່ປ່າ Amazon.