ບັນດາປະເທດ ອາຊຽນ ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບສະພາບມົນລະພິດສິ່ງແວດລ້ອມ

Chia sẻ
(VOVWORLD) -ໃນໄລຍະດໍາເນີນກອງປະຊຸມ ແຕ່ວັນທີ 7 – 11 ຕຸລາ, ບັນດາລັດຖະມົນຕີ ອາຊຽນ ຈະຮັບຮອງເອົາ ເອກະສານ 3 ສະບັບສໍາຄັນ.
ບັນດາປະເທດ ອາຊຽນ ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບສະພາບມົນລະພິດສິ່ງແວດລ້ອມ - ảnh 1ທ່ານຮອງນາຍົກລັດຖະມົນຕີກໍາປູເຈຍ Aun Porn MoniRoth ກ່າວຄໍາເຫັນຢູ່ກອງປະຊຸມ 

 ກອງປະຊຸມລັດຖະມົນຕີກະຊວງສິງແວດລ້ອມ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 15 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ກ່ຽວຂ້ອງ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 8 ຕຸລາ, ຢູ່ນະຄອນ ຊຽມຣຽບ, ກໍາປູເຈຍ, ເພື່ອແນໃສ່ເພີ່ມທະວີການຮ່ວມມື, ຮັບມືກັບສະພາບມົນລະພິດສິ່ງແວດລ້ອມ. ຄະນະຜູ້ແທນຫວຽດນາມ ໂດຍ ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວໍຕ໊ວນເຍິນ ນໍາໜ້າຄະນະເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາການຮ່ວມມືໃນຂົງເຂດສິ່ງແວດລ້ອມ, ເຊິ່ງລວມມີ: ບັນຫາການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຊີວະນາໆພັນ, ສິ່ງແວດລ້ອມທະເລ, ການສຶກສາກ່ຽວກັບສິ່ງແວດລ້ອມ, ຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ, ທາດເຄມີ ແລະ ທາດເສດເຫຼືອທີ່ອັນຕະລາຍ, ບໍາບັດມົນລະພິດໝອກຄວັນ, ຄວັນໄຟຢ່າງຮ້າຍແຮງຂ້າມຊາຍແດນ... ໃນໄລຍະດໍາເນີນກອງປະຊຸມ ແຕ່ວັນທີ 7 – 11 ຕຸລາ, ບັນດາລັດຖະມົນຕີ ອາຊຽນ ຈະຮັບຮອງເອົາ ເອກະສານ 3 ສະບັບສໍາຄັນ, ລວມມີ: ຖະແຫຼງການຮ່ວມ ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ແຜນການຍຸດທະສາດ ອາຊຽນ ກ່ຽວກັບສິ່ງແວດລ້ອມ ແລະ ສະເໜີຮັບຮອງເອົາສວນສາທາລະນະລະແຫ່ງຊາດ 5 ແຫ່ງ ຂອງ ມຽນມາ, ໄທ ແລະ ຫວຽດນາມ ເປັນສວນສາທາລະນະມໍລະດົກ ອາຊຽນ

ວັນໂດ໊, ເຕິມຫ໊ຽວ - ນັກຂ່າວ VOV ປະຈໍາ ກໍາປູເຈຍ

ຕອບກັບ