ບັນດາຕົວເລກດັດຊະນີສ່ວນຫຼາຍເປັນການສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູຂອງຫວຽດນາມ

Chia sẻ
(VOVWORLD) -ໃນເດືອນສິງຫາ ຜ່ານມາ, ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການເຕີບໂຕ. ການສົ່ງອອກມີສະຖຽນລະພາບ ແລະ ເຕີບໂຕ 1,42% ໃນແຕ່ລະເດືອນ.
ບັນດາຕົວເລກດັດຊະນີສ່ວນຫຼາຍເປັນການສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູຂອງຫວຽດນາມ - ảnh 1 (ພາບປະກອບ: nhandan.com.vn)

ບັນດາຕົວເລກດັດຊະນີເສດຖະກິດແລະການເງິນສ່ວນຫຼາຍສືບຕໍ່ເປັນການສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູຂອງຫວຽດນາມ. ນີ້ແມ່ນການຕີລາຄາເຊິ່ງທະນາຄານໂລກ (WB) ຍົກອອກມາໃນບົດລາຍງານ “ອັບເດດສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນກັນຍາ 2020” ຫວ່າງມໍ່ໆມານີ້.

          ບົດລາຍງານໃຫ້ຮູ້ວ່າ, ໃນເດືອນສິງຫາ ຜ່ານມາ, ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການເຕີບໂຕ. ການສົ່ງອອກມີສະຖຽນລະພາບ ແລະ ເຕີບໂຕ 1,42% ໃນແຕ່ລະເດືອນ. ໃນໄລຍະ 8 ເດືອນຂອງປີ 2020, ຫວຽດນາມ ໄດ້ຮັບທຶນ FDI ແມ່ນ 19,5 ຕື້ USD, ຫຼຸດລົງ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໄພເງິນເຟີ້ສືບຕໍ່ຫຼຸດລົງໃນເດືອນສິງຫາ, ຢູ່ລະດັບ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ສິ່ງທີ່ໜ້າສົນໃຈແມ່ນ, ໄລ່ຮອດທ້າຍເດືອນ ສິງຫາ 2020, ການສະສົມເງິນຕາຕ່າງປະເທດຂອງທະນາຄານແຫ່ງລັດຫວຽດນາມ ແມ່ນ 92 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ລະດັບ 80 ຕື້ USD ໃນທ້າຍເດືອນ ທັນວາ 2019. ເຖິງຢ່າງໃດກໍ່ຕາມ, ລະດັບເຕີບໂຕດັ່ງກ່າວບໍ່ສູງຄືໄລຍະດຽວກັນຂອງປີ 2019, ແຕ່ມັນໄດ້ເປັນສິ່ງພິສູດໃຫ້ເຫັນຄວາມສາມາດໃນການດຟື້ນຟູຂອງພື້ນຖານເສດຖະກິດຫວຽດນາມ.

ຕອບກັບ