ບັນດາຊ່ຽວຊານສາກົນ: ຫວຽດນາມ ຍັງສະແດງໃຫ້ເຫັນກໍາລັງແຮງຂອງພື້ນຖານເສດຖະກິດ

Chia sẻ
(VOVWORLD) - ໃນສະພາບການທີ່ລະດັບການເຕີບໂຕຂອງພື້ນຖານເສດຖະກິດໂລກພວມຊັກຊ້າ, ນັກຊ່ຽວຊານຫຼາຍຄົນໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງມີລະດັບການເຕີບໂຕໄວທີ່ສຸດໃນພາກພື້ນ ອາຊຽນ ໃນປີ 2019 ນີ້ ແລະ ຈະສືບຕໍ່ພັດທະນາໃນຊຸມປີຈະມາເຖິງ. 

       ສໍານັກຂ່າວສານ Blomberg ໃຫ້ຮູ້ວ່າ ບັນດານັກຊ່ຽວຊານເສດຖະກິດ ໄດ້ຍົກລະດັບການຄາດຄະເນການເຕີບໂຕຂອງຫວຽດນາມຂຶ້ນ. ລະອຽດແມ່ນ, Citigroup Inc. ໄດ້ປັບລະດັບຄາດຄະເນການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2019 ຂອງຫວຽດນາມ ແຕ່ລະດັບ 6, 7% ໃນເມື່ອກ່ອນຂຶ້ນເປັນ 6,9%, ອັນໄດ້ສ້າງພື້ນຖານໃຫ້ແກ່ເສດຖະກິດຫວຽດນາມ ສືບຕໍ່ເຕີບໂຕຢ່າງເຂັ້ມແຂງກວ່າໃນໄຕມາດທີ 4. ບັນດານັກໄຈ້ແຍກຢູ່ Maybank Kim Eng Research Ltd. ກໍຍົກລະດັບການຄາດຄະເນການເຕີບໂຕເສດຖະກິດຫວຽດນາມ ໃນປີຂຶ້ນເປັນ 7% ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ຕົວເລກຄາດຄະເນໃນເມື່ອກ່ອນ. ລະດັບການເຕີບໂຕຂອງເສດຖະກິດຫວຽດນາມ ໃນໄຕມາດທີ 3 ປີ 2019 ບັນລຸ 7,31%. ນີ້ແມ່ນລະດັບການເຕີບໂຕໄວທີ່ສຸດນັບແຕ່ຕົ້ນປີ 2018, ອັນໄດ້ສະແດງໃຫ້ເຫັນກະແສະເງິນລົງທຶນຕ່າງປະເທດພວມລົງທຶນເຂົ້າຫວຽດນາມ ນັບມື້ນັບຫຼາຍ.

        ປັດຈຸບັນ, ມີຫຼາຍອົງການການເງິນສາກົນ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ Edward Lee, ຫົວໜ້າກຸ່ມຄົ້ນຄວ້າເສດຖະກິດຮັບຜິດຊອບພາກພື້ນ ອາຊຽນ ແລະ ອາຊີກາງ, ທະນາຄານ Standard Chartered ຫວຽດນາມ ເຊື່ອໝັ້ນວ່າ ຫວຽດນາມ ຈະແມ່ນພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕໄວທີ່ສຸດ ຢູ່ ອາຊຽນ ໃນປີນີ້ ດ້ວຍລະດັບຄາດຄະເນບັນລຸ 6,9% ແລະ ໄດ້ຕັ້ງຄວາມຫວັງວ່າ ຈະສືບຕໍ່ຮັກສາລະດັບດັ່ງກ່າວຈົນຮອດປີ 2021.

        ອາທິດແລ້ວນີ້, ກົມໃຫຍ່ສະຖິຕິຫວຽດນາມ ກໍໄດ້ປະກາດຕົວເລກທີ່ໜ້າຊື່ນຊົມສໍາລັບລະດັບການເຕີບໂຕຂອງເສດຖະກິດຫວຽດນາມ, ຕາມນັ້ນແລ້ວ, ຄາດວ່າ GDP ຂອງ 9 ເດືອນຕົ້ນປີ 2019 ເພີ່ມຂຶ້ນ 6,98% ຊຶ່ງແມ່ນລະດັບເພີ່ມຂຶ້ນສູງສຸດ ເມື່ອທຽບໃສ່ໄລຍະດຽວກັນໃນ 9 ປີ ຜ່ານມາ. 

ຕອບກັບ