ບັນ​ດາ​ກຳ​ລັງ​ການ​ເມືອງ ຢູ່​ຊູ​ດັງ ເຊັນ ເອ​ກະ​ສານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄລ​ຍະເຊື່ອມ​ຕໍ່

Chia sẻ
(VOVWORLD) -  ຊູດັງ ໄດ້ຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ໂດຍບັນດາການປະທະກັນລະຫວ່າງກອງທັບ ແຫ່ງຊາດ ຊູດັງ ແລະ ກຸ່ມເຄິ່ງທະຫານບັນດາກຳລັງ ໜູນຊ່ວຍໂດຍໄວ (RSF) ນັບແຕ່ວັນທີ 15 ເມສາ ປີ 2023.
ບັນ​ດາ​ກຳ​ລັງ​ການ​ເມືອງ ຢູ່​ຊູ​ດັງ ເຊັນ ເອ​ກະ​ສານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄລ​ຍະເຊື່ອມ​ຕໍ່ - ảnh 1ກອງທັບ ຊູດັງ ຢູ່ນະຄອນຫຼວງ Khartoum (ພາບ: AFP/TTXVN)

ວັນທີ 8 ພຶດສະພາ, ຢູ່ນະຄອນຫຼວງ ກາຍໂຣ (ເອຢິບ), ບັນດາກຳລັງການທະຫານ ແລະ ອົງການການເມືອງ ຢູ່ຊູດັງ ໄດ້ເຊັນເອກະສານທີ່ມີລັກສະນະວິໄສທັດ ເພື່ອແນໃສ່ຄຸ້ມຄອງໄລຍະເຊື່ອມຕໍ່ ໂດຍກຸ່ມນັກການເມືອງຈຳນວນໜຶ່ງ ຢູ່ ຊູດັງ ຮຽບຮຽງ ບັນດາມາດຕາ ແລະ ເນື້ອໃນຂອງ ເອກະສານ “ສິດ ຂອງລັດຖະທຳມະນູນ ຊູດັງ”. ເອກະສານດັ່ງກ່າວໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸໄດ້ຄວາມເຫັນດີເຫັນພ້ອມແຫ່ງຊາດ ເພື່ອແນໃສ່ຊອກຫາວິທີການໃຫ້ແກ່ວິກິດການຢູ່ ຊູດັງ. ບັນດາກຳລັງເຂົ້າຮ່ວມການເຊັນເອກະສານ ກໍ່ເນັ້ນໜັກວ່າ ການໂອ້ລົມສົນທະນາຢ່າງຮອບດ້ານ ລະຫວ່າງບັນດາຝ່າຍຢູ່ ຊູດັງ ແມ່ນການຄັດເລືອກໜຶ່ງດຽວ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ປອງດອງ ແຫ່ງຊາດ ຈາກບໍ່ມີການແຊກແຊງຢ່າງຫຍໍ້ທໍ້ ຈາກພາຍນອກ. ຊູດັງ ໄດ້ຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ໂດຍບັນດາການປະທະກັນລະຫວ່າງກອງທັບ ແຫ່ງຊາດ ຊູດັງ ແລະ ກຸ່ມເຄິ່ງທະຫານບັນດາກຳລັງ ໜູນຊ່ວຍໂດຍໄວ (RSF) ນັບແຕ່ວັນທີ 15 ເມສາ ປີ 2023. ບັນດາການປະທະກັນນີ້ ໄດ້ເຮັດໃຫ້ສາມັນຊົນນັບພັນຄົນ ເສຍຊີວິດ, ພ້ອມທັງ ເຮັດໃຫ້ປະຊາຊົນ ນັບລ້ານຄົນຕ້ອງອົບພະຍົບລີ້ໄພ ແລະ ທຳລາຍສ່ວນຫຼາຍພື້ນຖານໂຄງລ່າງຂອງ ປະເທດດັ່ງກ່າວ, ພິເສດແມ່ນຢູ່ນະຄອນຫຼວງ Khartoum./.

ຕອບກັບ