ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ວັນ​ບຸນ ຫວຽດ​ນາມ - ຍີ່​ປຸ່ນ ດ່າ​ນັ້ງ 2024 ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

Chia sẻ
(VOVWORLD) - ທ່ານນາງ ຫງວຽນທິແອງທີ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ ຢັ້ງຢືນວ່າ ວັນບຸນ ຫວຽດນາມ - ຍີ່ປຸ່ນ ແມ່ນໜຶ່ງໃນບັນດາເຫດການການຕ່າງປະເທດທີ່ສຳຄັນຂອງນະຄອນດ່ານັ້ງ. 
ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ວັນ​ບຸນ ຫວຽດ​ນາມ - ຍີ່​ປຸ່ນ ດ່າ​ນັ້ງ 2024 ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ - ảnh 1ລາຍການສະແດງສິລະປະ (ພາບ: VOV)

ວັນບຸນຫວຽດນາມ - ຍີ່ປຸ່ນ ດ່ານັ້ງ ປີ 2024 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 4 ກໍລະກົດ, ຢູ່ສວນສາທາລະນະ ທະເລຕາເວັນອອກ, ເມືອງ ເຊີນຈ່າ, ນະຄອນ ດ່ານັ້ງ. ເຫດການໄດ້ຈັດຂຶ້ນເພື່ອແນໃສ່ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນເວົ້າລວມ, ລະຫວ່າງດ່ານັ້ງ ກັບ ບັນດາຄູ່ຮ່ວມມືຍີ່ປຸ່ນເວົ້າສະເພາະ ເລິກເຊິ່ງຂຶ້ນຕື່ມ

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ຫງວຽນທິແອງທີ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ ຢັ້ງຢືນວ່າ ວັນບຸນ ຫວຽດນາມ - ຍີ່ປຸ່ນ ແມ່ນໜຶ່ງໃນບັນດາເຫດການການຕ່າງປະເທດທີ່ສຳຄັນຂອງນະຄອນດ່ານັ້ງ. ທ່ານນາງ ໃຫ້ຮູ້ວ່າ:

ໂດຍສືບຕໍ່ຜົນສຳເລັດຂອງວັນບຸນ ຫວຽດນາມ - ຍີ່ປຸ່ນ ນະຄອນດ່ານັ້ງ ປີ 2023, ນະຄອນ ດ່ານັ້ງ ສືບຕໍ່ຈັດວັນບຸນ ຫວຽດນາມ - ຍີ່ປຸ່ນຄັ້ງທີ 9, ໃນປີ 2024. ນີ້ແມ່ນປີເປີດໄລຍະພັດທະນາໃໝ່ ດ້ວຍແງ່ຫວັງໃຫ້ແກ່ການພົວພັນ ຫວຽດນາມ - ຍີ່ປຸ່ນ ພາຍຫຼັງການນຳສອງປະເທດເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນ ຢູ່ອາຊີ ແລະໃນໂລກ”. ພວກຂ້າພະເຈົ້າຮູ້ສຶກດີໃຈ ເມື່ອຈຳນວນທ້ອງຖິ່ນຂອງຍີ່ປຸ່ນເຂົ້າຮ່ວມວັນບຸນໃນປີນີ້ ເພີ່ມຂຶ້ນຫຼາຍກ່ວາເມື່ອທຽບໃສ່ຊຸມປີກ່ອນ.

ເຂົ້າຮ່ວມວັນບຸນ, ທ່ານ Ito Naoki, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ ຫວັງວ່າ ວັນບຸນຈະແມ່ນໂອກາດເພື່ອປຸກລຸກຄວາມສົນໃຈກ່ຽວກັບຍີ່ປຸ່ນໃນຄົນລຸ້ນໜຸ່ມ, ຊ່ວຍພວກນ້ອງອາດສາມາດຊອກຮູ້, ມີການຮ່ຳຮຽນ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຍີ່ປຸ່ນກ່ວາອີກ.

ຕອບກັບ