ບັນດາການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢູ່ ບຸນກາຣີ

Chia sẻ
(VOVWORLD) - ໂດຍສືບຕໍ່ການໄປຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ວັນທີ 04 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva ແລະ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸນກາຣີ Ekterina Zaharieva.
ບັນດາການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢູ່ ບຸນກາຣີ - ảnh 1 ທ່ານ ຟ້າມບີ່ງມິງ ແລະ ທ່ານນາງປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva

ທີ່ການເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ສະເໜີສະພາແຫ່ງຊາດ ບຸນກາຣີ ສືບຕໍ່ສະໜັບສະໜູນລັດຖະບານ 2 ປະເທດຜັນຂະຫຍາຍບັນດາມາດຕະການແນໃສ່ນຳການພົວພັນຮ່ວມມື 2 ຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະ ແທດຈິງ, ພ້ອມທັງ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຸນກາຣີ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນເປັນຢ່າງດີ, ປະກອບສ່ວນໃຫ້ແກ່ການພັດທະນາຂອງ 2 ປະເທດ. ສ່ວນທ່ານປະທານສະພາແຫ່ງຊາດ ບຸນກາຣີ ຢືນຢັນວ່າ ຈະສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ໂດຍໄວ, ຖືນີ້ແມ່ນປະຕູເປີດກາລະໂອກາດຫລາຍຢ່າງ ເພື່ອໃຫ້ວິສາຫະກິດ 2 ຝ່າຍເປີດກ້ວາງການລົງທຶນ - ດຳເນີນທຸລະກິດ ແລະ ຮ່ວມມື.

ບັນດາການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢູ່ ບຸນກາຣີ - ảnh 2 ທ່ານ ຟ້າມບີ່ງມິງ ແລະ ທ່າງນາງ Ekterina Zaharieva

         ທີ່ການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸນກາຣີ Ekterina Zaharieva, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳການຮ່ວມມືເສດຖະກິດຂຶ້ນສູ່ລະດັບສູງໃໝ່, ເໝາະສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ສະເໜີ ບຸນກາຣີ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ ເຊິ່ງ ບຸນກາຣີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

   ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ ແນໃສ່ຍົກສູງທີ່ຕັ້ງຂອງທັງ 2 ປະເທດ ກໍ່ຄືການຮ່ວມມືເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸນກາຣີ Ekterina Zaharieva ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກມອບຮັບສຳນັກງານຂອງອົງການຕາງໜ້າການທູດ 2 ປະເທດ.

ຕອບກັບ