ບັນດາ​ການ​ນຳ​ລາວຮັບໃບ​ປະກາດ​ ສະນີຍະບັດປະລິນຍາ​ເອກ​ກິຕິ​ມະ​ສັກ

Chia sẻ

ມະຫາວິທະຍາ​ໄລ​ເສດຖະກິດ​​ແຫ່ງ​ຊາດ​ຫວຽດນາມ ມອບ​ໃບ​ປະກາດສະນີຍະບັດ​ປະລິນຍາ​ເອກ​ກິຕິ​ມະ​ສັກ​ໃຫ້​ແກ່​ບັນດາ​ການ​ນຳ​ລາວ

ບັນດາ​ການ​ນຳ​ລາວຮັບໃບ​ປະກາດ​ ສະນີຍະບັດປະລິນຍາ​ເອກ​ກິຕິ​ມະ​ສັກ - ảnh 1

(ພາບ:vietnamplus.vn)

(VOV)- ຕອນ​​ຄ່ຳວັນ​ທີ 25/10 ຢູ່​ນະຄອນຫຼວງ​ວຽງ​ຈັນ, ມະຫາວິທະຍາ​ໄລ​ເສດຖະກິດ​​ແຫ່ງ​ຊາດ​ຫວຽດນາມ ສົມທົບ​ກັບ​ຫ້ອງ​ວ່າການ​ລັດຖະບານລາວ ​ແລະ ມະຫາວິທະຍາ​ໄລ​​ແຫ່ງ​ຊາດລາວ ​ໄດ້​ຈັດ​ພິທີມອບ​ໃບ​ປະກາດສະ​ນີຍະ​ບັດ​ປະລິນຍາ​ເອກ​ກິຕິ​ມະ​ສັກ​ໃຫ້​ແກ່ ບັນດາ​ການ​ນຳຂັ້ນສູງ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ລາວ ຍ້​ອນ​ມີ​ການ​ປະກອບສ່ວນພິ​ເສດ​ດີ​ເດັ່ນ​ໃຫ້​ແກ່​ພາລະກິດ​​ພັດທະນາ​ຂະ​ແໜງ​ການ​ສຶກສາ, ບຳລຸງ​ສ້າງ ​ແລະ ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດນາມ ​ເວົ້າລວມ ​ແລະ ຂອງມະຫາວິທະຍາ​ໄລ​ເສດຖະກິດ​​ແຫ່ງ​ຊາດ​ຫວຽດນາມ​ເວົ້າສະ​ເພາະ, ປະກອບສ່ວນ​ຢ່າງ​ໃຫ່ຍຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຕາງໜ້າ​ໃຫ້​ບັນດາ​ການ​ນຳ​ລາວ ທີ່​ໄດ້​ຮັບຄວາມ​ເປັນ​ກຽດນີ້, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຕີ​ລາຄາ​ວ່າ: ນີ້​ແມ່ນການ​ຮັບ​ຮູ້ ​ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ຂອງ​ບັນດາ​ທ່ານ​ຜູ້ນຳ​ທີ່​ໄດ້​ຮັບ​ໃບ​ປະກາດສະ​ນີຍະ​ບັດ ​ແລະ ​ແມ່ນ​ກຳລັງ​ໜູນ​ຊຸກຍູ້, ລະດົມ​ກຳລັງ​ໃຈ​ບັນດາ​ການ​ນຳ​ລາວ ​ເ​ພື່ອຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການຈັດຕັ້ງປະຕິບັດ​ອຸດົມ​ການ​ຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງສາພັດທະນາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ສັງຄົມ​ຍຸດຕິ​ທຳ ສີວິ​ໄລ ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ລາວ. ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ຫວັງ​ວ່າ​ຈະ​ພ້ອມ​ກັບບັນດາການ​ນຳ​ພັກ, ລັດ​ລາວ ພັດທະນາສາຍ​ພົວພັນ​ມິດຕະພາບ, ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ ​ໃຫ້ນັບ​ມື້​ນັບ​ກ້າວເຂົ້າສູ່​ລວງ​ເລິກ ​ແລະ ມີ​ປະສິດທິຜົນ​ກ່ວາ​ອີກ, ນຳ​ສອງ​ປະ​ເທດ​ກ້າວ​ໄປ​ທັດທຽມ​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.