ບັນ​ດາ​ການ​ນຳ​ GCC ແລະ ອາ​ຊຽນ ຮຽກ​ຮ້ອງການ​ຢຸດ​ຍິງ​ ​ຢູ່​ເຂດ​ Gaza

Chia sẻ
(VOVWORLD) -  ໃນຖະແຫຼງການ, ບັນດາການນຳ GCC ແລະ ອາຊຽນ ຮຽກຮ້ອງໃຫ້ບັນດາຝ່າຍປະທະກັນ ປົກປ້ອງສາມັນຊົນ ແລະ ປະຕິບັດກົດໝາຍວ່າດ້ວຍມະນຸດສະທຳໃນໄລຍະເກີດສົງຄາມ.
ບັນ​ດາ​ການ​ນຳ​ GCC ແລະ ອາ​ຊຽນ ຮຽກ​ຮ້ອງການ​ຢຸດ​ຍິງ​ ​ຢູ່​ເຂດ​ Gaza - ảnh 1ສະພາບການຢູ່ໂຮງໝໍ Al-Ahli ເຂດ Gaza ພາຍຫຼັງຖືກບຸກໂຈມຕີທາງອາກາດ (ພາບ: THX/TTXVN)

ວັນທີ 20 ຕຸລາ, ກອງປະຊຸມສຸດຍອດ ລະຫວ່າງ ສະມາຄົມປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະພາຮ່ວມມືເຂດອ່າວເປີເຊຍ (GCC), ໄດ້ຈັດຂຶ້ນຢູ່ນະຄອນຫຼວງ Riyadh ຂອງ ອາຣັບບີ ຊະອຸດິ ໄດ້ອອກຖະແຫຼງການ ກ່າວປະນາມການບຸກໂຈມຕີ ແນໃສ່ສາມັນຊົນ ແລະ ຮຽກຮ້ອງທຸກໆຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນຢູ່ເຂດ Gaza ປະຕິບັດຄຳສັ່ງຢຸດຍິງຢ່າງສິ້ນເຊີງ.

        ບັນດາການນຳເຂົ້າຮ່ວມກອງປະຊຸມກໍຮຽກຮ້ອງສະໜອງການຊ່ວຍເຫຼືອມະນຸດສະທຳ, ເຄື່ອງຊ່ວຍເຫຼືອ, ກໍຄືບັນດາການບໍລິການ ແລະ ທັນຍາພືດໃຫ້ແກ່ປະຊາຊົນຢູ່ເຂດ Gaza.

        ໃນຖະແຫຼງການ, ບັນດາການນຳ GCC ແລະ ອາຊຽນ ຮຽກຮ້ອງໃຫ້ບັນດາຝ່າຍປະທະກັນ ປົກປ້ອງສາມັນຊົນ ແລະ ປະຕິບັດກົດໝາຍວ່າດ້ວຍມະນຸດສະທຳໃນໄລຍະເກີດສົງຄາມ.

ຕອບກັບ