ບັນດາກະຊວງ, ຂະແໜງການອວຍພອນ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ

Chia sẻ
(VOVWORLD) - ຕອນບ່າຍວັນທີ 18 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນການປະຕິວັດ ຫວຽດນາມ (21/06/1925 – 21/06/2018), ບັນດາຄະນະປະຕິບັດງານຂອງກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນໄດ້ມາຢ້ຽມຢາມ ແລະ ອວຍພອນວິທະຍຸກະຈາຍສຽງ ຫວຽດນາມ.
ບັນດາກະຊວງ, ຂະແໜງການອວຍພອນ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 1 ບັນດາກະຊວງ, ຂະແໜງການອວຍພອນ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ

ທີ່ການຕ້ອນຮັບທ່ານພົນໂທ ຫງວຽນຈ້ອງເງ້ຍ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ. ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຢືນຢັນວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ບັນລຸໄດ້ບັນດາຜົນງານການພັດທະນາຄືໃນວັນນີ້ ແມ່ນຍ້ອນມີການຊ່ວຍເຫຼືອ ແລະ ຮຽງບ່າຮຽງໄຫລ່ຂອງກອງທັບປະຊາຊົນ ຫວຽດນາມ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ໃນການຢ້ຽມຢາມ ແລະ ອວຍພອນວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈູງອັກແອງ ປາດຖະໜາວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຈະມີບັນດາລາຍການຮ່ວມມືຢ່າງແໜ້ນແຟ້ນຫລາຍກ່ວາອີກ, ປະກອບສ່ວນແຜ່ຂະຫຍາຍຄວາມຮູ້ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີຢ່າງເລິກເຊິ່ງກ້ວາງຂວາງໃຫ້ແກ່ປະຊາຊົນ.

ຕອບກັບ