ນຳສົ່ງພົນລະເມືອງ ຫວຽດນາມ ຢູ່ ການາດາ ເກືອບ 300 ຄົນກັບເມືອປະເທດ |
ສະຖານທູດ ຫວຽດນາມ ປະຈຳ Ottawa ໄດ້ຈັດສົ່ງພະນັກງານໄປຍັງ Toronto ໂດຍກົງ ເພື່ອໜູນຊ່ວຍພົນລະເມືອງຢູ່ສະໜາມບິນ. ພາຍຫລັງລົງຈອດຢູ່ສະໜາມບິນສາກົນ ເວິນດົນຢ່າງປອດໄພ, ຜູ້ໂດຍສານ, ຈຸບິນທັງໝົດລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວລວມໝູ່ຕາມຂໍ້ກຳນົດ. ກ່ອນໜ້ານັ້ນ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ ໄດ້ສົມທົບກັບສະຖານທູດ ການາດາ ປະຈຳ ຫວຽດນາມ ກໍ່ຈັດສົ່ງພົນລະເມືອງ ການາດາ ກັບເມືອປະເທດ.