ນຳສົ່ງພົນລະເມືອງ ຫວຽດນາມ ຈາກອາເມລິກາ ກັບມາປະເທດ ຢ່າງປອດໄພ

Chia sẻ
(VOVWORLD) -ໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ ຮັບຜິດຊອບຫວຽດນາມ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ແລະ ບັນດາບໍລິສັດການບິນຢູ່ພາຍໃນປະເທດຈະສືບຕໍ່ປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ກັບມາປະເທດ ໂດຍອີງໃສ່ພື້ນຖານການຜັນແປຢ່າງສັບສົນຂອງໂລກລະບາດທັງຢູ່ພາຍໃນ ແລະ ຕ່າງປະເທດ
ນຳສົ່ງພົນລະເມືອງ ຫວຽດນາມ ຈາກອາເມລິກາ ກັບມາປະເທດ ຢ່າງປອດໄພ - ảnh 1

ທ່ານເອກອັກຄະລັດຖະທູດ ຮ່າກິມງອກພ້ອມກັນນ້ອງໆນັກຮຽນ, ນັກສຶກສາ ຢູ່ສະໜາມບິນ ວໍຊິງຕັນ, ອາເມລິກາ (ພາບ: ກະຊວງການຕ່າງປະເທດ)

ໃນວັນທີ 15 – 16 ພຶດສະພາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳອາເມລິກາ. ບໍລິສັດການບິນຫວຽດນາມ (Vietnam Arilines) ແລະ ບັນດາອົງການທີ່ມີໜ້າທີ່ ຮັບຜິດຊອບ ອາເມລິກາ ໄດ້ສົມທົບກັນປະຕິບັດຖ້ຽວບິນ ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນ ຈາກ ວໍຊິງຕັນ ດີຊີ (ອາເມລິກາ) ກັບມາຍັງປະເທດຢ່າງປອດໄພ. ພາຍຫຼັງມາຮອດສະໜາມບິນສາກົນ ໂນ້ຍບາຍ, ບັນດາຜູ້ໂດຍສານ ແລະ ຈຸບິນທັງໝົດ ໄດ້ຮັບການຕິດຕາມກວດກາດ້ານສາທາລະນະສຸກ ແລະ ແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ