ນາຍົກລັດຖະມົນຕີແຫ່ງ ສປປ.ລາວຢ້ຽມຢາມ ສສ. ຫວຽດນາມຢ່າງເປັນທາງການ

Chia sẻ
(VOVWORLD) -ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດພ້ອມດ້ວຍພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 1-3 ຕຸລາ.
ນາຍົກລັດຖະມົນຕີແຫ່ງ ສປປ.ລາວຢ້ຽມຢາມ ສສ. ຫວຽດນາມຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ຫງວຽນຊວັນຟຸກ ແưະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວທອງລຸນ ສີສຸລິດ (ພາບ: chinhphu.vn)

ໃນຊຸມປີຜ່ານມາ, ສອງຝ່າຍໄດ້ມີການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ, ຖືນີ້ແມ່ນກົດເກນການແຫ່ງການພັດທະນາ, ປັດໄຈສຳຄັນໃນການຮັບປະກັນການປະຕິບັດພາລະກິດສ້າງສາແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດຢ່າງມີໄຊ. ການພົວພັນດ້ານການເມືອງ, ການຕ່າງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈ, ຮັກສາບົດບາດຫຼັກແຫຼ່ງແລະການກຳນົດທິດຂອງສາຍພົວພັນລະຫວ່າງສອງປະເທດ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສືບຕໍ່ມີບາດກ້າວໃໝ່, ເຊິ່ງແມ່ນໃນເສົາຄ້ຳຂອງສາຍພົວພັນລະຫວ່າງສອງປະເທດ. ຫວຽດນາມ ແລະ ລາວ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສການຮ່ວມມືໃນພາກພື້ນ ແລະ ສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກອາຊຽນໃນວຽກງານການກໍ່ສ້າງປະຊາຄົມອາຊຽນ ແລະ ຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາຍຸດທະສາດ ຢູ່ໃນພາກພື້ນ, ລວມມີບັນຫາທະເລຕາເວັນອອກກາງ. ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ແກ່ ປະຊາຄົມຊາວຫວຽດນາມອາໃສຢູ່ລາວແລະຊາວລາວອາໃສຢູ່ຫວຽດນາມໃນການດຳລົງຊີວິດ, ທຳມາຫາກິນ ແລະ ຮ່ຳຮຽນຢູ່ແຕ່ລະປະເທດ. ມາເຖິງປັດຈຸບັນ, ໄດ້ມີການສ້າງຕັ້ງສະມາຄົມຊາວຫວຽດນາມຢູ່ 12/18 ແຂວງ/ນະຄອນຂອງລາວ.

        ການເດີນທາງມາຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ; ພ້ອມດຽວກັນນັ້ນ, ກໍ່ໄດ້ແລກປ່ຽນບັນຫາສືບຕໍ່ຊອກຫາມາດຕະການການຊຸກຍູ້ບັນດາຂໍ້ຕົກລົງ, ການຮ່ວມມືທີ່ໄດ້ມີການລົງນາມກັນກໍ່ຄືການເພີ່ມທະວີການຮ່ວມມືການລົງທຶນ ລະຫວ່າງສອງປະເທດ./.

ຕອບກັບ