ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງຕ້ອນຮັບເອກອັກຄະລັດຖະທູດຫົວໜ້າ​ຄະນະ​ສະຫະພາບເອີ​ລົບປະຈຳ​ຫວຽດນາມ

Chia sẻ
ຕອນ​ບ່າຍ​ວັນ​ທີ 8/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ Franz Jessen, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະຫະພາບເອີ​ລົບ (EU) ປະຈຳ​ຫວຽດນາມ
ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງຕ້ອນຮັບເອກອັກຄະລັດຖະທູດຫົວໜ້າ​ຄະນະ​ສະຫະພາບເອີ​ລົບປະຈຳ​ຫວຽດນາມ  - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​​ຕ້ອນຮັບ
​ທ່ານ​ Franz Jessen, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້
ຕາງໜ້າ​ສະຫະພາບເອີ​ລົບ (EU) ປະຈຳ ຫວຽດນາມ
(ພາບ:TTXVN)

(vovworld) –  ​ ຕອນ​ບ່າຍ​ວັນ​ທີ 8/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ Franz Jessen, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະຫະພາບເອີ​ລົບ (EU) ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສິ້ນ​ສຸດການ​ປະຕິບັດ​​ໜ້າ​ທີ່​ການ​ທູດຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸ້ງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ກັບ EU ຢ່າງ​​ແຮງ, ຮອບດ້ານ ​ແລະ ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ອີກ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ປາດ​ຖະໜາ ​ແລະ ສະ​ເໜີ 2 ຝ່າຍ​ມານະ​ພະຍາຍາມ​ຊຸກຍູ້​​ເລື່ອງ​ໃຫ້​ສັດຕະຍາບັນ ​ແລະ ຜັນ​ຂະຫຍາຍ​ສັນຍາ​ແມ່ ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານລະຫວ່າງ​ ຫວຽດນາມ ​ແລະ EU (PCA); ມານະ​ພະຍາຍາມ, ມີ​ເຈດ​ຕະນາ​ດີ​ໃນ​ການ​ເຈລະຈາ​ບັນດາ​ເນື້ອ​ໃນ​ທີ່​ຍັງ​ເຫຼືອ​ຂອງ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ EU ​ແລະ ຫວຽດນາມ (EVFTA) ​ເພື່ອ​ສິ້ນ​ສຸດການ​ເຈລະຈາ. ພ້ອມ​ກັບ​ເລື່ອງ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ EVFTA, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ກໍ​ສະ​ເໜີ EU ຮັບ​ຮອງ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການຕະຫຼາດ. ຄຽງ​ຂ້າງ​ນັ້ນ, 2 ຝ່າຍຄວນ​ຮ່ວມ​ມື​ຢ່າງ​ແຮງ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ; ການໜູນ​ຊ່ວຍ​ ​ພັດທະນາ; ຮ່ວມ​ມື ​ແລະ ສະໜັບສະໜູນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

      ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 8/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຮຸງ​ກາຣີ Csaba Ory ​ເນື່ອງ​ໃນ​ໂອກາ​ດທ່ານ​ເອກ​ອັກຄະ​ລັດຖະທູດ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ສະ​ເໜີ 2 ຝ່າຍ​ຄວນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສ​ດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ; ພ້ອມ​ທັງ​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ເລື່ອງ​ຊຸກຍູ້​ການຮ່ວມ​ມື​​ໃນບັນດາ​ຂົງ​ເຂດ​ວັດທະນະທຳ, ສິລະ​ປະ, ​ໂທລະພາບ, ການພົວພັນ​ແລກປ່ຽນ​ປະຊາຊົນ ​ເພື່ອ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ 2 ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ກໍ​ສະ​ເໜີ ຮຸງກາຣີ ສະໜັບສະໜູນ​ເພື່ອ​ໃຫ້ ຫວຽດນາມ ​ແລະ EU ປະຕິບັດ​ສຳ​ເລັດ​ເລື່ອງ​ໃຫ້​ສັດຕະຍາບັນ​ສັນຍາ​ແມ່ ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ EU (PCA) ​ໂດຍ​ໄວ; ປະຕິບັດ​ສຳ​ເລັດ​ການ​ເຈລະ​ຈາ ​ແລະ ລົງ​ນາມ​ໃນ​ສັນຍາ FTA ລະຫວ່າງ 2 ຝ່າຍ.