ນາຍົກລັດຖະມົນຕີລາຊະອານາຈັກແດນມາກ ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

Chia sẻ
ນາຍົກລັດຖະມົນຕີລາຊະ​ອານາຈັກ​ແດນ​ມາກ, ທ່ານ​ນາງ Helle Thorning Schimidt ຈະ​​ເດີນທາງ​ມາຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​​ໃນ​ລະຫວ່າງ​ວັນ​ທີ 7 – 8/11/2012.
ນາຍົກລັດຖະມົນຕີລາຊະອານາຈັກແດນມາກ ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານນາຍົກລັດຖະມົນຕີລາຊະ​ອານາຈັກ​ແດນ​ມາກ
Helle Thorning Schimidt
(ພາບ: vietnamplus.vn)


(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung, ນາຍົກລັດຖະມົນຕີລາຊະ​ອານາຈັກ​ແດນ​ມາກ, ທ່ານ​ນາງ Helle Thorning Schimidt ຈະ​​ເດີນທາງ​ມາຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​​ໃນ​ລະຫວ່າງ​ວັນ​ທີ 7 – 8/11/2012. ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພີ່​ອ​ໃຫ້​ສອງ​ປະ​ເທດ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ອຸ​ຕຸ​ນິຍົມ ​ແລະ ພະລັງງານ​ແດນ​ມາກ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ຄາດ​ວ່າ ແດນ​ມາກ ຈະ​ສະຫ​ງວນຈຳນວນ​ເງິນ​ກວ່າ 14 ລ້ານ USD ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ນຳ​ໃຊ້​ພະລັງງານ​ຢ່າງ​ມີ​ປະສິດ​ທິ​ຜົນ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ ປະຈຳ​ຫວຽດນາມ ​John Nielse ແລ້ວ, ​ແດນ​ມາກ ​ໄດ້​ກຳນົດ 10 ຕະຫຼາດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂື້ນ​ໃນ​ໂລກ, ​ເພາະສະ​ນັ້ນ, ມີ​ບັນດາ​ວິ​ສາ​ຫະກິດ​ແດນ​ມາກ ​ເອົາ​ໃຈ​ໃສ່​ຊອກ​ຫາ​ກາລະ​ໂອກາດ​ທຳ​ມະຫາ​ກິນ​ຢູ່​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ​ໃຫ້​ຮູ້​ວ່າ, ​ແດນ​ມາກ ປາດ​ຖະໜາ​ວ່າ ຫວຽດນາມ ສືບ​ຕໍ່​ປັບປຸງ​ບັນດາ​​ເງື່ອນ​ໄຂ​ຄື​ພື້ນຖາ​ນ​ໂຄງ​ລ່າງ, ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ… ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແດນ​ມາກ ​ເຄື່ອນ​ໄວ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.