ນາຍົກລັດຖະມົນຕີພົບປະສັງສັນ, ຍ້ອງຍໍຊົມເຊີຍຜູ້ມີຍົດຖາບັນດາສັກ, ຕຳແໜ່ງທາງສາສະໜາທີ່ມີການປະກອບສ່ວນດີເດັ່ນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 09 ສິງຫາ, ທີ່ນະຄອນ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະສັງສັນ, ຍ້ອງຍໍຊົມເຊີຍຜູ້ມີຍົດຖາບັນດາສັກ, ຜູ້ມີຕຳແໜ່ງວຽກງານທາງສາສະໜາທີ່ມີການປະກອບສ່ວນອັນດີເດັ່ນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. 

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ພົບປະສັງສັນກັບຜູ້ມີຍົດຖາບັນດາສັກ, ຜູ້ມີຕຳແໜ່ງວຽກງານທາງສາສະໜາ, ນັກບວດດີເດັ່ນ ແລະ ຕາງໜ້າການນຳຂອງ 43 ອົງການສາສະໜາ 126 ຄົນ ເຊິ່ງມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມທັງຢືນຢັນວ່າ: ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງສາສະໜາ ແລະ ບັນດານະໂຍບາຍເຄົາລົບຄວາມເສລີໃນການເຫລື້ອມໃສ, ເຊື່ອຖືສາສະໜາ.

ນາຍົກລັດຖະມົນຕີພົບປະສັງສັນ, ຍ້ອງຍໍຊົມເຊີຍຜູ້ມີຍົດຖາບັນດາສັກ, ຕຳແໜ່ງທາງສາສະໜາທີ່ມີການປະກອບສ່ວນດີເດັ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະສັງສັນ, ຍ້ອງຍໍຊົມເຊີຍຜູ້ມີຍົດຖາບັນດາສັກ, ຕຳແໜ່ງທາງສາສະໜາທີ່ມີການປະກອບສ່ວນດີເດັ່ນ (ພາບ: VGP)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ບັນດາຜູ້ມີຍົດຖາບັນດາສັກ, ຜູ້ມີຕຳແໜ່ງວຽກງານທາງສາສະໜາ ແລະ ສະເໜີໃຫ້ສືບຕໍໍ່ຮ່ວມແຮງຮ່ວມໃຈ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ພິເສດແມ່ນຍ້ອງຍໍຊົມເຊີຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມຂອງບັນດາສາສະໜາໃນການສ້າງແບບແຜນການດຳລົງຊີວິດວັດທະນະທຳ, ສີວິໄລ; ເສີມຂະຫຍາຍບັນດາແຫຼ່ງກຳລັງທາງສາສະໜາ, ປະກອບສ່ວນຍົກສູງກຳລັງແຮງສັງລວມໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ນອກຈາກບັນດາໝາກຜົນທີ່ບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ການເຄື່ອນໄຫວສາສະໜາ, ວຽກງານສາສະໜາ ກໍ່ພວມປະເຊີນໜ້າຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າສະເໜີໃຫ້ຜູ້ມີຍົດຖາບັນດາສັກ, ຜູ້ມີຕຳແໜ່ງວຽກງານສາສະໜາ, ການນຳບັນດາອົງການສາສະໜາຈົ່ງສືບຕໍ່ຮ່ວມເດີນທາງພ້ອມກັບລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນ, ເປັນແບບຢ່າງ, ມີຄວາມຮັບຜິດຊອບ, ສຸດອົກສຸດໃຈ, ແນະນຳ, ລະດົມກຳລັງໃຈໃຫ້ຜູ້ມີຍົດຖາບັນດາສັກ, ຜູ້ມີຕຳແໜ່ງວຽກງານສາສະໜາ, ພຸດທະສາສະນິກະຊົນ ປະຕິບັດໃຫ້ຖືກຕ້ອງຕາມທິດນຳ, ທິດທາງການເຄື່ອນໄຫວສາສະໜາ ສະໜິດຕິດພັນ,ຮ່ວມເດີນທາງໄປພ້ອມກັບປະເທດຊາດ. ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງສາສະໜາໃຫ້ແກ່ຂະບວນວິວັດແຫ່ງການພັດທະນາຂອງປະເທດຊາດ.

ຕອບກັບ