ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເສດ​ຖາ ທະ​ວີ​ສິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົວ​ແປງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ

Chia sẻ
(VOVWORLD) -  ທ່ານ ເສດຖາ ທະວີສິນ ໄດ້ສ້າງຄວາມສົນໃຈເມື່ອແນະນຳນະໂຍບາຍໜູນຊ່ວຍພົນລະເມືອງ ໄທທຸກຄົນ ທີ່ມີອາຍຸແຕ່ 16 ປີຂຶ້ນໄປ ຈຳນວນເງິນ 10.000 ບາດ ຜ່ານກະເປົາເອເລັກໂຕນິກ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເສດ​ຖາ ທະ​ວີ​ສິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົວ​ແປງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີຄົນໃໝ່ ໄທ ເສດຖາ ທະວີສິນ  (ພາບ: Reuters)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສຳນັກງານຂອງ ພັກເພື່ອໄທ ຢູ່ ບາງກອກ ໃນຕອນບ່າຍວັນທີ 22 ສິງຫາ, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ໄທ ທີ່ຫາກໍໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ໄທ ໄດ້ໃຫ້ຄຳໝັ້ນສັນຍາຈະຍົກອອກມາດຕະການຊ່ວຍປົວແປງການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ທ່ານ ເສດຖາ ທະວີສິນ ໃຫ້ຮູ້ວ່າ ຈະຈັດຕັ້ງກອງປະຊຸມຖະແຫຼງຂ່າວ ພາຍຫຼັງ ກະສັດ ໄທ ໃຫ້ສັດຕະຍາບັນຕົກລົງແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຢ່າງເປັນທາງການ.

        ກ່ອນໜ້ານັ້ນ, ໃນໄລຍະຂົນຂວາຍການຫາສຽງເລືອກຕັ້ງ, ທ່ານ ເສດຖາ ທະວີສິນ ໄດ້ສ້າງຄວາມສົນໃຈເມື່ອແນະນຳນະໂຍບາຍໜູນຊ່ວຍພົນລະເມືອງ ໄທທຸກຄົນ ທີ່ມີອາຍຸແຕ່ 16 ປີຂຶ້ນໄປ ຈຳນວນເງິນ 10.000 ບາດ ຜ່ານກະເປົາເອເລັກໂຕນິກ. ດ້ວຍການສະເໜີດັ່ງກ່າວ, ທ່ານ ເສດຖາ ທະວີສິນ ສາມາດນຳປະເທດ ໄທ ກາຍເປັນໜຶ່ງໃນບັນດາປະເທດທຳອິດທີ່ປະກາດໃຊ້ກະເປົ່າເອເລັກໂຕນິກໃຫ້ພົນລະເມືອງທຸກຄົນທີ່ມີອາຍຸແຕ່ 16 ປີ ຂຶ້ນໄປ ຜ່ານໂທລະສັບມືຖືສະມາດໂພນ. ທ່ານຕີລາຄາວ່າ ນີ້ແມ່ນນະໂຍບາຍສຳຄັນທີ່ສຸດ, ສາມາດກະຕຸ້ນການໃຊ້ຈ່າຍຂອງປະຊາຊົນ, ຈາກນັ້ນສ້າງບາດກ້າວກະໂດດຂັ້ນໃນການເຕີບໂຕ GDP ຂອງ ໄທ.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ