ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບລັດຖະມົນຕີການຮ່ວມມືສາກົນ ມຽນມາ.

Chia sẻ
(VOVWORLD) - ທ່ານ  U Kyaw Tin ລັດຖະມົນຕີຍັງສະແດງຄວາມເຊື່ອໝັ້ນວ່າຄາດໝາຍວົງເງິນການຄ້າສອງຝ່າຍຈະໃຫ້ບັນລຸໄດ້ 1 ຕື້ USD ໃນປີ 2020 ນັ້ນແມ່ນຈະປະກົດຜົນເປັນຈິງ.
ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບລັດຖະມົນຕີການຮ່ວມມືສາກົນ ມຽນມາ. - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ (ພາບ: VGP/Quang Hiếu) 

ວັນທີ 12 ມີນາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ ໃນໂອກາດທີ່ທ່ານມາເປັນປະທານຮ່ວມກອງປະຊຸມປະສົມກ່ຽວກັບການຮ່ວມມືສອງຝ່າຍຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ມຽນມາ ໃນການຊຸກຍູ້ວິວັດທະນາການສັນຕິພາບ ແລະ ໄກເກ່ຍຄວາມປອງດອງລະຫວ່າງຊົນຊາດເຊົາເຜົ່າ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການແກ້ໄຂບັນຫາຊົນຊາດຊົນເຜົ່າຢູ່ໃນປະເທດ ກໍ່ຄືໃນການພົວພັນການຕ່າງປະເທດ. ຫວຽດນາມ ກໍ່ ຫວັງວ່າທັງສອງປະເທດຈະສືບຕໍ່ ສົມທົບກັນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນໃນປີທີ່ ຫວຽດນາມ ດຳລົງຕຳແໜ່ງປະທານ ອາຊຽນ 2020 ແລະ ແມ່ນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ ມຽນມາ ຈົ່ງ ມີຄຳເວົ້າທີ່ຕັ້ງໜ້າໃນການສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ, ຢັ້ງຢືນວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່. ທ່ານນາຍົກລັດຖະມົນຕີຍັງສະເໜີ ໃຫ້ສອງປະເທດຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວຢ່າງແຮງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ, ການພົບປະແລກປ່ຽນສິນຄ້າ…

ສ່ວນທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາຢັ້ງຢືນວ່າ ມຽນມາ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ໃນບັນດາບັນຫາໃນພາກພື້ນ ແລະ ສາກົນກໍ່ຄືສະໜັບສະໜູນ ຫວຽດນາມສະໝັກເຂົ້າໃນຕຳແໜ່ງກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021. ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດພວມໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນການຄ້າ ແລະ ການລົງທຶນ, ທ່ານລັດຖະມົນຕີຍັງສະແດງຄວາມເຊື່ອໝັ້ນວ່າຄາດໝາຍວົງເງິນການຄ້າສອງຝ່າຍຈະໃຫ້ບັນລຸໄດ້ 1 ຕື້ USD ໃນປີ 2020 ນັ້ນແມ່ນຈະປະກົດຜົນເປັນຈິງ.

ຕອບກັບ