ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

Chia sẻ
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2021 ຂອງພໍ່ແມ່ພີນ້ອງເຜົ່າ ຂະແມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອາຍພອນມາຍັງພໍ່ແມ່ພີນ້ອງ ແລະ ພະສົງສຳມະເນນເຜົ່າ ຂະແມ.
ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay - ảnh 1ພາບປະກອບ/chinhphu.vn

ໃນຈົດໝາຍ, ທ່ານ ຟ້າມມິງຈິງ ມີຄວາມຫວັງຢາກໃຫ້ສິ່ງທີ່, ດີງາມທີ່ສຸດມາໃຫ້ພໍ່ແມ່ປະຊາຊົນ ແລະ ພະສົງສຳມະເນນເຜົ່າຂະແມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ເປັນຄັ້ງທຳອິດ ຫວຽດນາມ ມີແຜນຮ່າງ ແລະ ໂຄງການເປົ້າໝາຍແຫ່ງຊາດທີ່ສະຫງວນສະເພາະໃຫ້ການພັດທະນາສັງລວມເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງ ແລະ ປະຊາຊົນໃນການປະຕິບັດບັນດາຂໍ້ກຳນົດການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ, ພໍ່ແມ່ພີນ້ອງເຜົ່າຂະແມ ຕ້ອນຮັບບຸນປີໃໝ່ Chol Chnam Thmay ດ້ວຍຄວາມສະຫງົບສຸກ ເຕັມໄປດ້ວຍຄວາມໝາຍວັດທະນະທຳ, ເສີມຂະຫຍາຍສີສັນ, ຮີດຄອງປະເພນີອັນດີງາມຂອງຕົນ. ພ້ອມທັງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກຢ່າງມີໄຊ.

ຕອບກັບ