ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອະດິດປະທານກຸ່ມບໍລິສັດ Taisei

Chia sẻ
(VOVWORLD) - ທີ່ການຕ້ອນຮັບທ່ານ Kanji Hayama, ອະດິດປະທານກຸ່ມບໍລິສັດ Taisei (ປະເທດ ຍີ່ປຸ່ນ), ໃນວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນ ເຂົ້າ ຫວຽດນາມ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອະດິດປະທານກຸ່ມບໍລິສັດ Taisei - ảnh 1ທ່ານ Kanji Hayama ແລະ ທ່ານ ຫງວຽນຊວນຟຸກ 

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຍີ່ປຸ່ນ ທີ່ມາລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຍ້ອງຍໍ ກຸ່ມບໍລິສັດ Taisei ມີການປະກອບສ່ວນບັນດາຢ່າງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ,ເປັນຕົ້ນແມ່ນໃນການສ້າງຫຼາຍກິດຈະກຳໃຫຍ່, ທັນສະໄໝຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ກຸ່ມບໍລິສັດ Taisei ສືບຕໍ່ມານະພະຍາຍາມ, ບັນລຸຫຼາຍຜົນງານຢູ່ ຫວຽດນາມ, ປະກອບສ່ວນແທດຈິງ ເຂົ້າໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານ Kanji Hayama ຂອບອົກຂອບໃຈຕໍ່ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໄດ້ສະໜັບສະໜູນ Taisei ໃນວິວັດການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານຢືນຢັນຢ່າງແຮງວ່າ Taisei ໃຫ້ຄຳໝັ້ນສັນຍາວ່າມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ.

ຕອບກັບ