ນາຍົກລັດຖະມົນຕີ ຟ້າມມິນຈິງ: ການພັດທະນາສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດແມ່ນທ່າອ່ຽງລວມຂອງໂລກ

Chia sẻ
(VOVWORLD) - ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີຂຽວແມ່ນຄວາມຮຽກຮ້ອງທີ່ຮີບດ່ວນຂອງການພັດທະນາລວມຂອງທົ່ວໂລກ, ພິເສດແມ່ນສຳລັບ ຫວຽດນາມ
ນາຍົກລັດຖະມົນຕີ ຟ້າມມິນຈິງ: ການພັດທະນາສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດແມ່ນທ່າອ່ຽງລວມຂອງໂລກ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

        ຕອນບ່າຍວັນທີ 14 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ໄດ້ເປັນປະທານວາລະປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີຂຽວແມ່ນຄວາມຮຽກຮ້ອງທີ່ຮີບດ່ວນຂອງການພັດທະນາລວມຂອງທົ່ວໂລກ, ພິເສດແມ່ນສຳລັບ ຫວຽດນາມ ເຊິ່ງແມ່ນໜຶ່ງໃນຈຳນວນ 5 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ຖ້າບໍ່ມີການເຕີບໂຕຂຽວ, ການຫັນເປັນດີຈີຕອນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ຍາກທີ່ຈະເຊື່ອມໂຍງໄດ້, ສະນັ້ນ ຕ້ອງມີການກະທຳໄປພ້ອມກັບທ່າອ່ຽງຂອງໂລກ. ຫວຽດນາມ ຕ້ອງສຸມໃສ່ພັດທະນາສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳໄດ້ຮັບຟັງບົດລາຍງານຕີລາຄາສະພາບການຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມ COP 26 ກ່ຽວກັບໝາກຜົນການເຄື່ອນໄຫວນັບແຕ່ປີ 2022 ມາຮອດປະຈຸບັນ. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບເນື້ອໃນການລະດົມແຫຼ່ງກຳລັງປະຕິບັດການເຕີບໂຕສີຂຽວຂອງ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍທີ່ໃຫ້ຄຳໝັ້ນສັນຍາຢູ່ກອງປະຊຸມ COP 26 ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດລົງເປັນ “0” ໃນປີ 2050.

ຕອບກັບ