ນໍາການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ. 
ນໍາການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ (ພາບ: VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນ, ເພີ່ມພູນຄູນສ້າງໃຫ້ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ຫຼາຍກວ່າອີກ ແລະ ນັບມື້ນັບບັນລຸບັນດາຜົນງານໃໝ່.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບົນພື້ນຖານຂໍ້ຕົກລົງຂັ້ນສູງ, ເຊິ່ງສອງປະເທດພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ, ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອຍົກສູງຄຸນນະພາບຂອງໂຄງການຮ່ວມມືດັ່ງກ່າວ, ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີຖືວ່າ ສອງຝ່າຍ ຈະຍົກສູງປະສິດທິຜົນການຮ່ວມມືຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ກໍຄືຕັ້ງໜ້າສົມທົບທາງດ້ານທັດສະນະ ແລະ ຫຼັກໝັ້ນໃນບັນດາບັນຫາລວມຂອງພາກພື້ນ.

        ສ່ວນທ່ານເອກອັກຄະລັດຖະທູດຄົນໃໝ່ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ, ນໍາການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກກວ່າອີກ. ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຮັບດໍາລົງຕໍາແໜ່ງເປັຍປະທານ ອາຊຽນ ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ເປັນຢ່າງດີທີ່ສຸດ. 

ຕອບກັບ