ນະຄອນໂຮ່ຈິມີນຍູ້ແຮງການຮ່ວມມືກັບສະຫະສະມາຄົມວິສາຫະກິດ ເອີລົບ

Chia sẻ
(VOVWORLD) -ຕອນບ່າຍວັນທີ 9 ມັງກອນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບ ທ່ານ Nicolas Audier ທັງເປັນປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ (Euro Cham). 

ນະຄອນໂຮ່ຈິມີນຍູ້ແຮງການຮ່ວມມືກັບສະຫະສະມາຄົມວິສາຫະກິດ ເອີລົບ - ảnh 1ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ຕ້ອນຮັບ ທ່ານ Nicolas Audier ທັງເປັນປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ (Euro Cham). 

ພາບ:hcmcpv.org.vn

ທ່ານ ຫງວຽນແທ່ງຟອງ ຮຽກຮ້ອງໃຫ້ດຳເນີນການຮ່ວມມື ແລະ ລົງທຶນກັບບັນດາວິສາຫະກິດ ເອີລົບ ໃນບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ກໍ່ສ້າງເຂດຕົວເມືອງສະຫລາດ, ແກ້ໄຂບັນດາບັນຫາສິ່ງແວດລ້ອມຕົວເມືອງ. ທ່ານ       Nicolas Audier ໃຫ້ຮູ້ວ່າ ໃນປີ 2018, Euro Cham ໄດ້ມີແຜນການຜັນຂະຫຍາຍບາງໂຄງການຮ່ວມມືກັບນະຄອນ ໂຮ່ຈິມີນ ແລະ ບັນດາທ້ອງຖິ່ນໃກ້ຄຽງ, ໃນນັ້ນ ມີການສົ່ງເສີມໂຄສະນາຄວາມສາມາດບົ່ມຊອ້ນດ້ານເສດຖະກິດຂອງນະຄອນໂຮ່ຈິມີນ ເຖິງບັນດາວິສາຫະກິດ ເອີລົບ, ຂົນຂວາຍສະພາແຫ່ງຊາດບັນດາປະເທດ ເອີລົບ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - EU.

ຕອບກັບ