ນະ​ຄອນ​ໂຮ່​ຈີມິນ ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ສ​ສ​ຊ ຊຸດ​ທີ 15 ດ້ວຍຫຼາຍ​ວິ​ທີ

Chia sẻ
(VOVWORLD) -ນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມຜັນຂະຫຍາຍການສອບເສັງ “ຄັດເລືອກຜູ້ດີເດັ່ນທີ່ມີຄຸນສົມບັດ, ຄວາມສາມາດຂອງປະຊາຊົນ” ປີ 2021.

   ຕອນເຊົ້າວັນທີ 10 ມີນາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມຜັນຂະຫຍາຍການສອບເສັງ “ຄັດເລືອກຜູ້ດີເດັ່ນທີ່ມີຄຸນສົມບັດ, ຄວາມສາມາດຂອງປະຊາຊົນ” ປີ 2021. ນີ້ແມ່ນການສອບເສັງ ເພື່ອແນໃສ່ສ້າງວິທີໂຄສະນາ, ເຜີຍແຜ່ໃຫ້ແກ່ປະຊາຊົນທີ່ເປັນຫຼາຍຮູບຫຼາຍແບບ ກ່ຽວກັບຈຸດປະສົງ, ຄວາມໝາຍ, ຄວາມສຳຄັນກໍ່ຄືໄລຍະເວລາ, ວິວັດທະນາການຈຸດສຸມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2021-2026. ການສອບເສັງໄດ້ນຳມາເຊິ່ງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ຜູ້ມີສິດເລືອກຕັ້ງກ່ຽວກັບສິດ, ພັນທະ, ຄວາມຮັບຜິດຊອບພົນລະເມືອງໃນການເຄື່ອນໄຫວເລືອກຕັ້ງ, ຜ່ານນັ້ນລະດົມກຳລັງໃຈ, ສົ່ງເສີມຜູ້ມີສິດເລືອກຕັ້ງເຂົົ້າຮ່ວມ “ວັນບຸນເລືອກຕັ້ງ”, ປະກອບສ່ວນສ້າງລັດແຫ່ງນິຕິບັນຍັດໝັ້ນຄົງເຂັ້ມແຂງ. ລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ໝາກຜົນການສອບເສັງຈະຖືກປະກາດໃນຕົ້ນເດືອນພຶດສະພາປີ 2021.

ຕອບກັບ