ນະຄອນ ໂຮ່ຈີມິນ ແລະ ທະນາຄານໂລກ ເພີ່ມທະວີການຮ່ວມມື

Chia sẻ
(VOVWORLD) -  ຕອນຄ່ຳວັນທີ 14 ພະຈິກ, ທີ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ.
ນະຄອນ ໂຮ່ຈີມິນ ແລະ ທະນາຄານໂລກ ເພີ່ມທະວີການຮ່ວມມື - ảnh 1 ນະຄອນ ໂຮ່ຈີມິນ ແລະ ທະນາຄານໂລກ ເພີ່ມທະວີການຮ່ວມມື (ພາບ: TTXVN)

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ເນັ້ນໜັກວ່າ: WB ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍາວນານຂອງນະຄອນ ໂຮ່ຈີມິນ. ນະຄອນ ໂຮ່ຈີມິນ ປາດຖະໜາຢາກໃຫ້ສືບຕໍ່ແລກປ່ຽນບົດຮຽນ ແລະ ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຈາກບັນດາຄູ່ຮ່ວມມືຕ່າງປະເທດ, ໃນນັ້ນ ມີທະນາຄານໂລກ. ອຳນາດການປົກຄອງນະຄອນ ໂຮ່ຈີມິນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບ WB ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳ, ໃຫ້ເໝາະສົມກັບຂໍ້ກຳນົດຂອງກົດໝາຍ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ.

        ສ່ວນທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ ຢືນຢັນວ່າ WB ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງນະຄອນ ໂຮ່ຈີມິນ ໃນຮອບເວລາກ່ວາ 20 ປີຜ່ານມາ. WB ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍ ແລະ ເຂົ້າຮ່ວມໃນບັນດາຄວາມມານະພະຍາຍາມລວມຂອງນະຄອນກ່ຽວກັບວິວັດການສູ້ຊົນພັດທະນາໃຫ້ກາຍເປັນຕົວເມືອງລະດັບໂລກ.

ຕອບກັບ