ນະ​ຄອນ ໂຮ່​ຈີມ​ິນ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຊ​ອັບ​ແວ ອາ​ເມ​ລິ​ກາ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳໄຟ​ຟ້າ

Chia sẻ
(VOVWORLD) - ໂຄງການຮ່ວມມືນີ້ ຈະສ້າງໂອກາດໃຫ້ນັກສຶກສາໄດ້ສຳຜັດກັບເຕັກໂລໂນຢີ ແລະ ແບບວິທີໃໝ່ສຸດໃນການຈຳລອງເຕັກນິກ, ພ້ອມທັງສະຫຼຸບບົດຮຽນປະສົບການຕົວຈິງ ເພື່ອບັນລຸໄດ້ຜົນສຳເລັດໃນຂົງເຂດເຕັກໂນໂລຢີສູງ.
ນະ​ຄອນ ໂຮ່​ຈີມ​ິນ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຊ​ອັບ​ແວ ອາ​ເມ​ລິ​ກາ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳໄຟ​ຟ້າ - ảnh 1ພິທີລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: TTXVN)

ຕອນເຊົ້າວັນທີ 28 ທັນວາ, ເຂດອຸດສາຫະກຳສູງ ນະຄອນ ໂຮ່ຈີມິນ ແລະ Ansys Software Pvt Ltd. (Ansys, ເຊິ່ງເປັນບໍລິສັດແຖວໜ້າໃນການສະໜອງບັນດາຊອັບແວຈຳລອງເຕັກນິກ, ມີສຳນັກງານຕັ້ງຢູ່ ອາເມລິກາ) ໄດ້ລົງນາມ ແລະ ປະກາດການຮ່ວມມືພັດທະນາຖັນແຖວຊັບພະຍາກອນມະນຸດຮັບໃຊ້ຂະແໜງອຸດສາຫະກຳແຜງວົງຈອນເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ.

        ຜ່ານການຮ່ວມມື, Ansys ຈະສະໜອງບັນດາເຄື່ອງອຸປະກອນຊອັບແວການສອນ ພ້ອມດ້ວຍບັນດາຫຼັກສູດບຳລຸງສ້າງທີ່ກ່ຽວຂ້ອງ ໃຫ້ມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນນະຄອນ ໂຮ່ຈີມິນ ໃນສະພາບແວດລ້ອມນະວັດຕະກຳຂອງ Ansys.

        ທ່ານ ຫງວຽນແອັງ ຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ໂຄງການຮ່ວມມືນີ້ ຈະສ້າງໂອກາດໃຫ້ນັກສຶກສາໄດ້ສຳຜັດກັບເຕັກໂລໂນຢີ ແລະ ແບບວິທີໃໝ່ສຸດໃນການຈຳລອງເຕັກນິກ, ພ້ອມທັງສະຫຼຸບບົດຮຽນປະສົບການຕົວຈິງ ເພື່ອບັນລຸໄດ້ຜົນສຳເລັດໃນຂົງເຂດເຕັກໂນໂລຢີສູງ.

ຕອບກັບ