ນັກຮຽນຫວຽດນາມ ຢູ່ປະເທດຕ່າງໆຈັດການ ເຄື່ອນໄວລະຫຼິ້ນຕ້ອນຮັບ ບຸນປີໃໝ່ ປີມະເມຍ

Chia sẻ
(vovworld) - ນັກ​ສຶກສາຫວຽດນາມ ພວມ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​ໄລ New Sout Wales, ອົດສຕາ​ລີ ​ໄດ້​ຈັດງານ​ພົບ​ປະ​ສ້າງສັນ​ຢ່າງ​ອົບ​ອຸ່ນ ​ແລະ ​ໃນ​ບັນຍາກາດ​ບຸນປີ​ໃໝ່​ປະຈຳ​ຊາດ.
ນັກຮຽນຫວຽດນາມ ຢູ່ປະເທດຕ່າງໆຈັດການ ເຄື່ອນໄວລະຫຼິ້ນຕ້ອນຮັບ ບຸນປີໃໝ່ ປີມະເມຍ - ảnh 1
(ພາບປະກອບ)

(vovworld) - ດ້ວຍ​ຈິດ​ໃຈ​ຕ້ອນຮັບ​ບຸນປີ​ໃໝ່ ດ້ວຍ​ຈິດ​ໃຈ​ອວ່າຍ​ເມືອ​ຫາ​ບ້ານ​ເກືດ​ເມືອງ​ນອນ. ວັນ​ທີ 01/02, ນັກ​ສຶກສາຫວຽດນາມ ພວມ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​ໄລ New Sout Wales, ອົດສຕາ​ລີ ​ໄດ້​ຈັດງານ​ພົບ​ປະ​ສ້າງສັນ​ຢ່າງ​ອົບ​ອຸ່ນ ​ແລະ ​ໃນ​ບັນຍາກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ​ເຂົ້າ​ຮ່ວມ​ງານ​ພົບ​ປ​ະ, ​ແຕ່​ລະ​ຄອບຄົວ​ໄດ້​ແຕ່ງອາຫານ​ເຍື່ອງ​ໜຶ່ງ, ​​ໃນ​ງານ​ລ້ຽງ​ຕ້ອນຮັບ​ບຸນປີ​ໃໝ່ຂອງ​ບັນດາ​ນັກ​ສຶກສາມີ​ອາຫານ​ພື້ນ​ເມືອງ​ຫວຽດນາມ ຫຼາຍ​ເຍື່ອງ. ປະ​ເພນີ​ມອບ​ເງິນ​ເປັນ​ຂອງ​ຕ້ອນ​ອວຍພອນ​ຕົ້ນ​ປີ​ໃໝ່ກໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ລອບ​ຄອບ​ທີ່​ຖ​້ວນ.

        ​ແລະ​ຕອນ​ບ່າຍ​ວັນ​ດຽວ​ກັນ, ມີ​ພໍ່​ແມ່ ​ແລະ ນັກຮຽນ​ຢູ່ໂຮງຮຽນ​ພາສາ​ຫວຽດ ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ ປະມານ 100 ຄົນ ​ໄດ້​​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ເມຍ 2014 ​ໂດຍ​ການ​ມີໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮືງ. ນີ້​ກໍ່​ແມ່ນ​ໂອກາດ​​​ເພື່ອສະ​ເໜີໂຮງຮຽນ​ສອນພາສາ​ຫວຽດນາມ ​ແຫ່ງ​ທຳ​ອິດ​ຢູ່​ຍີ່ປຸ່ນ. ​ໂຮງຮຽນ​ພາສາ​ຫວຽດ​ໂຕ​ກຽວ ​ເລີ່​ມ​ເປີດ​ຫ້ອງ​ຮຽນ​​ເປັນ​ຄັ້ງທຳ​ອິດ​ໃນ​ວັນ​ທີ 18/01 ຜ່ານ​ມາ.  ດ້ວຍ​ທິດ​ນຳ​ທີ່​ວ່າ “ຮັກສາ​ພາສາ​ຫວຽດນາມ, ຮັກສາ​ກົກ​ເຄົ້າ​ເຫງົ້າ​ກໍ”, ​ໂຮງຮຽນ ບໍ່​ພຽງ​ແຕ່​ສອນພາສາ​ຫວຽດ​ເທົ່າ​ນັ້ນ, ຫາກ​ຍັງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ນອກ​​ຫຼັກ​ສຸດເນື່ອງ​ໃນ​ໂອກາດ​ງານ​ບຸນ​ຕ່າງໆ ຄື​ບຸນປີ​ໃໝ່, ບຸນ​ໄຫວ້​ພະຈັນ... ອີກ​ດ້ວຍ.

        ສ່ວນ​ເຂດ​ກິລາ, ກາຍຍະກຳ ມະຫາວິທະຍາ​ໄລ​ສັງ​ລວມມິດຕະພາບຂອງ​ຊາດ​ລັດ​ເຊຍ (RUDN) ຢູ່​ນະຄອນ​ຫຼວງ ມົດສກູ, ວັນ​ທີ 01/02 ​ໄດ້​ໄຂ​ງານ​ແຂ່ງຂັນ​ບານ​ເຕະ - ດອກ​ປິກ​ໄກ ນັກ​ສຶກສາ, ຊາວ​ໜຸ່ມ​ຫວຽດນາມ ລະດູ​ໜາວ 2014 ​ເພື່ອຕ້ອນຮັບ​ບຸນປີ​ໃໝ່​ ປີ​ມະ​ເມຍ​ 2014. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານອຸ​ປະ​ທູດ​ ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ຫງວຽນ​ແມ້ງ​ຮຸ່ງ ຖື​ວ່າ ນີ້​ແມ່ນການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍດ ​ເພື່ອ​​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຝຶກ​ແອບ​ກິລາປະກອບສ່ວນ​ຮັກສາ​ສຸຂະພາບ ​ເພື່ອຮໍ່າຮຽນ​ໃຫ້​ດີ​​ແນ​ໃສ່​ຮັບ​ໃຊ້​ປະ​ເທດ​ຊາດ.