ນັກສິລະປິນ, ນັກວັດທະນະທຳ ຕ້ອງສ້າງຫລາຍບົດນິພົນມີຄຸນຄ່າ

Chia sẻ
ວັນ​ທີ 5/2, ກ່າວ​ຄຳ​ເຫັນ​ທີ່​ການພົບປະ ແລະ ​ອວຍພອນ​ປີ​ໃຫມ່​ບັນດາ​ນັກ​ສິລະ​ປິນພາຍ​ໃນ​ປະ​ເທດ ​ເນ່ືອງ​ໃນ​ໂອກາດ​ປີ​ໃຫມ່​ມະ​ເສ​ງ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ຖັນ​ແຖວ​ນັກ​ສິລະ​ປິນ, ນັກ​ວັດທະນະ​ທຳ

(vovworld)- ວັນ​ທີ 5/2, ກ່າວ​ຄຳ​ເຫັນ​ທີ່ການພົບປະ ແລະ ​ອວຍພອນ​ປີ​ໃຫມ່​ບັນດາ​ນັກ​ສິລະ​ປິນພາຍ​ໃນ​ປະ​ເທດ ​ເນ່ືອງ​ໃນ​ໂອກາດ​ປີ​ໃຫມ່​ມະ​ເສ​ງ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ຖັນ​ແຖວ​ນັກ​ສິລະ​ປິນ, ນັກ​ວັດທະນະ​ທຳໃຫ້​ແກ່​ພື້ນຖານ​ວັດທະນະທຳ, ວັນນະຄະດີ, ສິລະ​ປະ​ຂອງ​ປະ​ເທດ​ຊາດ ​ແລະ ພາລະກິດ​ປະຕິວັດ​ຂອງ​ຊາດ. ທ່ານ ​ເລ​ຮົ່ງ​ແອ​ງ ກ່າວ​ວ່າ:

        “ຍີ່​ງກວ່າ​ເວລາ​​ໃດ​ໝົດ, ພັກ, ລັດ ປາດ​ຖະຫນາ​ຢາກ​ບັນດາ​ນັກ​ສິລະ​ປິນ, ນັກ​ວັດທະນະທຳ ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ, ຂອງ​ນັກ​ສິລະ​ປິນ​ຢ່າງ​ສູງ​ສຸດ ​ໃນ​ໄລຍະ​ປະຕິວັດ​ປະ​ຈຸ​ບັນ. ນັກ​ສິລະ​ປິນ, ນັກ​ວັດທະນະ​ທຳ ຕ້ອງ​ຕິດ​ພັນ​ກັບ​ພາລະກິດ​ປະຕິວັດ, ​ເຈືອ​ຈານ​ເຂົ້າ​ກັບ​ປະຊາຊົນ, ປະ​ເທດ​ຊາດ, ​ຈາກ​ນັ້ນ​ສ້າງ​ບົດ​ນິພົນ​​ໃຫ້​ໄດ້​ຫລາຍ​ບົດ​ທີ່​ມີ​ຄຸນຄ່າ​ກ່ຽວກັບ​ແນວ​ຄິດ ​ແລະ ສິລະປະ.”

ນັກສິລະປິນ, ນັກວັດທະນະທຳ ຕ້ອງສ້າງຫລາຍບົດນິພົນມີຄຸນຄ່າ - ảnh 1
ທ່ານເລຮົ່ງແອງ ທີ່ການພົບປະ ແລະ ອວຍພອນປີໃຫມ່ນັກສິລະປິນ, ນັກວັດທະນະທຳ
ພາບ:chinhphu.vn

ກ່ອນຫນ້ານັ້ນ, ຕອນ​ບ່າຍວັນ​ດຽວກັນ,  ທີ່​ສຳນັກງານສູນ​ກາງ​ພັກ, ​ຄະນະ​ເລ​ຂາ​ສູນ​ກາງ​ພັກ​ໄດ້​ຈັດການພົບ​ປະ ​ແລະ ອວຍພອນ​ປັນຍາ​ຊົນ, ນັກວິທະຍາ​ຊາດ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເສ​ງ 2013. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຮົງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ເວົ້າວ່າ:     “​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວັງ​ວ່າ​ບັນດາ​ນັກວິທະຍາສາດ​ຈະ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການຄົ້ນຄ້ວາ, ຊອກ​ຫາ​ບັນຫາ​ຂອງ​ຕົວ​ຈິງ​ທີ່​ພວມ​ວາງ​ອອກ​ຕໍ່​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ​ເພື່ອ​ເພີ່ມ​ເຕີມ ​ແລະ ພັດທະນາ​ສະຕິ​ຄວາມ​ຮັບ​ຮູ້ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ປະກອບສ່ວນ​ສ້າງ ​ແລະ ຍົກ​ອອກ​ບັນດາ​ລັດຖະນະ​ໂຍບາຍ, ບັນດາ​ບຸກທະລຸ​ສຳຄັນ​ໃນ​ວິວັດ​ທະນະ​ການ​ແຫ່ງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ