ນັກສຶກສາລາວ, ກຳປູເຈຍ ຊອກຮູ້ປະຫວັດສາດ ຫວຽດນາມ ຜ່ານຮູບເງົາ “ດອກຄາຍ, ເຝີ ແລະ ປີອາໂນ”

Chia sẻ
(VOVWORLD) - ນີ້ແມ່ນໂອກາດເພື່ອໃຫ້ນັກຮຽນ, ນັກສຶກສາລາວ, ກຳປູເຈຍ ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານ ຝລັ່ງ.
ນັກສຶກສາລາວ, ກຳປູເຈຍ ຊອກຮູ້ປະຫວັດສາດ ຫວຽດນາມ ຜ່ານຮູບເງົາ “ດອກຄາຍ, ເຝີ ແລະ ປີອາໂນ”  - ảnh 1ຮູບເງົາ “ດອກຄາຍ, ເຝີ ແລະ ປີອາໂນ”

ຕອນຄ່ຳວັນທີ 1 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດການສາຍຮູບເງົາ “ດອກຄາຍ, ເຝີ ແລະ ປີອາໂນ” ໂດຍບໍ່ເກັບຄ່າໃຫ້ແກ່ນັກສຶກສາລາວ, ກຳປູເຈຍ ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ຊ່ວຍໃຫ້ພວກເພື່ອນນັກສຶກສາຊອກຮູ້ຕື່ມກ່ຽວກັບໄລຍະປະຫວັດສາດທີ່ພິລະອາດຫານ ຂອງ ຫວຽດນາມ ໃນຊຸມວັນເດືອນປີແຫ່ງການຕໍ່ສຸ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ.

        ນີ້ແມ່ນໂອກາດເພື່ອໃຫ້ນັກຮຽນ, ນັກສຶກສາລາວ, ກຳປູເຈຍ ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານ ຝລັ່ງ. ຈາກນັ້ນ, ໄດ້ແນະນຳນ້ຳໃຈອັນທີ່ສູງສົ່ງຂອງປະຊາຊົນ ຫວຽດນາມ ທີ່ອົງອາດກ້າແກ່ນ, ບໍ່ຍອມຈຳນົນ ໃນການຕໍ່ສຸ້ຕ້ານສັດຕູຜູ້ຮຸກຮານ ແຕ່ມີນ້ຳໃຈເມດຕາ, ຄວາມຮັກແພງມະນຸດ; ຜ່ານນັ້ນ ເພີ່ມທະວີສາຍກ່ຽວພັນ, ນ້ຳໃຈສະໜິດຕິດພັນລະຫວ່າງນັກສຶກສາລາວ, ກຳປູເຈຍ ກັບບັນດາຄອບຄົວ ຫວຽດນາມ ເພື່ອເສີມສ້າງໜໍ່ແໜງແຫ່ງໄມຕີຈິດມິດຕະພາບໃນອະນາຄົດ.

ຕອບກັບ