ນັກ​ປະຖະກະຖາ​ພິ​ເສດ ສະ​ຫະປະຊາ​ຊາດ ​ກະຕຸກ​ຊຸກຍູ້​ການ​ພິຈາລະ​ນາ​ຄືນ​ບັນດາ​ຄໍາ​ສັ່ງ​ລົງ​ໂທດ​ ສປປ.​ເກົາຫຼີ

Chia sẻ
(VOVWORLD) -ໂລກລະບາດໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດ ສປປ.ເກົາຫຼີ ດັ່ງນັ້ນ, ສປປ.ເກົາຫຼີ ຈຶ່ງຕົກເຂົ້າສູ່ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ.
ນັກ​ປະຖະກະຖາ​ພິ​ເສດ ສະ​ຫະປະຊາ​ຊາດ ​ກະຕຸກ​ຊຸກຍູ້​ການ​ພິຈາລະ​ນາ​ຄືນ​ບັນດາ​ຄໍາ​ສັ່ງ​ລົງ​ໂທດ​ ສປປ.​ເກົາຫຼີ - ảnh 1(ພາບປະກອບ: AFP/TTXVN) 

ທ່ານ Tomas Ojea Quintana, ເຊິ່ງເປັນນັກປະຖະກະຖາພິເສດຂອງ ສະຫະປະຊາຊາດ (ສປຊ) ກ່ຽວກັບບັນຫາ ສປປ.ເກົາຫຼີ, ວັນທີ 9 ມິຖຸນາ ໄດ້ກະຕຸກຊຸກຍູ້ໃຫ້ ສະພາຄວາມໝັ້ນຄົງ ສປຊ “ພິຈາລະນາຄືນບັນດາມາດຕະການລົງໂທດ” ສໍາລັບປະເທດ ອາຊີຕາເວັນອອກສ່ຽງເໜືອນີ້ເພື່ອ ແນໃສ່ຮັບປະກັນແຫຼ່ງສະໜອງສະບຽງ ອາຫານ.

        ຕາມທ່ານ Quintana ແລ້ວ, ຍ້ອນບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ສະນັ້ນ, ສປປ.ເກົາຫຼີ ພວມຢູ່ໃນ ສະພາບການຂາດແຄນສະບຽງອາຫານໃນວົງກວ້າງ”. ທ່ານ Quintana ກໍຖືວ່າ ໂລກລະບາດໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດ ສປປ.ເກົາຫຼີ ດັ່ງນັ້ນ, ສປປ.ເກົາຫຼີ ຈຶ່ງຕົກເຂົ້າສູ່ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ.

        ໃນຂະນະນັ້ນ, ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ ເຊີແນວ ປະເທດ ສະວິດ, ທ່ານ Elisabeth Byrs ໂຄສົກໂຄງການສະບຽງອາຫານ ໂລກ (WFP) ຂອງ ສປຊ  ໃຫ້ຮູ້ວ່າ ປະຊາກອນ ສປປ.ເກົາຫຼີ ປະມານ 40% ພວມຕ້ອງການຄວາມຊ່ວຍເຫຼືອມະນຸດສະທໍາ.


ຕອບກັບ