ນັກຊ່ຽວຊານ ລັດເຊຍ: ຫວຽດນາມ ມີບັນດາຫຼັກຖານຢັ້ງຢືນອະທິປະໄຕຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) -    “ຫວຽດນາມ ມີບັນດາຫຼັກຖານອັນຖືກຕ້ອງເພື່ອສາມາດອະທິປະໄຕຢູ່ທະເລຕາເວັນອອກ”. ນີ້ແມ່ນຄໍາຢືນຢັນຂອງນັກຊ່ຽວຊານລັດເຊຍ ທ່ານ Grigory Trofimchuk  ປະທານສະພານັກຊ່ຽວຊານໜູນຊ່ວຍຄົ້ນຄວ້າວິທະຍາສາດ ອາຊີ - ເອີຣົບ ພາຍຫຼັງການຢ້ຽມຢາມຫໍວາງສະແດງກ່ຽວກັບ ໝູ່ເກາະ ຮວ່່າງຊາ ຢູ່ນະຄອນດ່າໜັງ.

    ໃນບົດຂຽນທີ່ໄດ້ລົງທາງເວັບໄຊ  Realtribune ໃນວັນທີ 11 ຕຸລາ, ທ່ານ Trofimchuk ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມປະທັບໃຈຢ່າງແຮງຂອງທ່ານ ເມື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນປະຫວັດສາດ ທີ່ມີລັກສະນະເກ້ຍກ່ອມຂອງຫວຽດນາມ ກ່ຽວກັບ ອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ຢູ່ ທະເລຕາເວັນອອກ. ນັກຊ່ຽວຊານ ລັດເຊຍ ຖືວ່າ ບັນດາວັດຖຸພັນທີ່ໄດ້ວາງສະແດງຢູ່ນີ້ ແມ່ນບັນດາວັດຖຸເອກະສານປະຫວັດສາດຕົວຈິງ ອັນໄດ້ພິສູດຢ່າງຈະແຈ້ງ, ກ່ຽວກັບເກາະ, ໝູ່ເກາະ ທີ່ຂຶ້ນກັບກໍາມະສິດຂອງຫວຽດນາມ ນັບແຕ່ຫຼາຍສະຕະວັດຜ່ານມາ. ທ່ານເນັ້ນໜັກວ່າ: “ບັນດາເອກະສານໄດ້ເກັບມາຈາກຫຼາຍສະຕະວັດກ່ອນນັ້ນ ໄດ້ສະແດງໃຫ້ເຫັນລັກສະນະແທ້ຈິງ, ລວມທັງບັນດາເອກະສານ ທີ່ໄດ້ຈໍ້າກາແດງມີຕົວໜັງສືຫວຽດເດີມຕາມປະເພນີຂອງຝ່າຍຕາເວັກອອກ” ອີກດ້ວຍ. ໂດຍເປັນນັກຄົ້ນຄວ້າກ່ຽວກັບບັນດາການຂັດແຍ້ງທາງດ້ານຜືນແຜ່ນດິນ ແລະ ກ່ຽວກັບສະພາບຢູ່ທະເລຕາເວັນອອກ, ທ່ານ Trofimchuk ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດານັກຊ່ຽວຊານທີ່ຄົ້ນຄວ່າກ່ຽວກັບທະເລຕາເວັນອອກ ຢູ່ລັດເຊຍ ອາດຈະຈັດຕັ້ງກອງປະຊຸມວິທະຍາສາດ ຢູ່ທີ່ບໍລິເວນຂອງຫໍວາງສະແດງແຫ່ງນີ້.


ຕອບກັບ