ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -ເນື່ອງໃນໂອກາດຄົບຮອບ 5 ປີ ທີ່ສານອະນຸຍາໂຕຕຸລາການ (PCA) ມີສຳນັກງານຕັ້ງຢູ່ນະຄອນ ລາໄຮ, ປະເທດໂຮນລັງ ອອກຄຳພິພາກສາກ່ຽວກັບບັນຫາທະເລຕາເວັນອອກ (ວັນທີ 12 ກໍລະກົດ 2016), ນັກຊ່ຽວຊານ Sergey Tolstov, ຜູ້ອຳນວຍການສະຖາບັນໄຈ້ແຍກບັນຫາການເມືອງ ແລະ ຄົ້ນຄວ້າສາກົນ ທີ່ມີສຳນັກງານຕັ້ງຢູ່ Kiev (ຢູແກຼນ) ໄດ້ມີບົດຂຽນເຊີດຊູບົດບາດຂອງກົດໝາຍສາກົນ ແລະ ຄວາມໝາຍຂອງການພິພາກສາຂອງ PCA ໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ໄດ້ເອົາລົງໃນໜັງສືພິມ “Porady” ຂອງວົງການທະນາຍຄວາມ ຢູແກຼນ. 

ໃນບົດຂຽນດັ່ງກ່າວ, ນັກຊ່ຽວຊານ Sergey Tolstov ໄດ້ຊີ້ແຈ້ງວ່າ PCA ໄດ້ປະກາດວ່າ ຈີນ ບໍ່ມີຫຼັກຖານນິຕິກຳເພື່ອຢັ້ງຢືນ “ສິດປະຫວັດສາດ” ສຳລັບຊັບພະຍາກອນທຳມະຊາດປະເພດຕ່າງໆຢູ່ທະເລຕາເວັນອອກ ໃນບໍລິເວນທີ່ເອີ້ນວ່າ “ເສັ້ນ 9 ຕອນ”. ສິ່ງດັ່ງກ່າວໝາຍຄວາມວ່າ ຈີນບໍ່ສາມາດຍົກອອກຄຳຮຽກທວງສິດສຳລັບເຂດເສດຖະກິດພິເສດ (EEZ), ກໍຄື ບໍ່ມີ “ສິດປະຫວັດສາດ” ເພື່ອປະກາດອະທິປະໄຕສຳລັບການເຄື່ອນໄຫວຂຸດຄົ້ນຊັບພະຍາກອນທຳມະຊາດໃນບໍລິເວນດັ່ງກ່າວ. ທ່ານກໍເນັ້ນໜັກວ່າ ບັນດາຝ່າຍຄວນສະໝັກໃຈປະຕິບັດຕາມຄຳພິພາກສາຂອງສານ PCA.

ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi (ພາບ: Mainichi)

ເນື່ອງໃນໂອກາດນີ້, ວັນທີ 12 ກໍລະກົດ, ກະຊວງການຕ່າງປະເທດ ຍີ່ປຸ່ນ ກໍໄດ້ອອກຖະແຫຼງການ ໂດຍຢັ້ງຢືນວ່າ ຄຳຕັດສິນຂອງສານ PCA ແມ່ນຄຳພິພາກສາສຸດທ້າຍ ແລະ ແມ່ນເອກະສານນິຕິກຳທີ່ມີລັກສະນະຜູກມັດສຳລັບບັນດາຝ່າຍທີ່ເກີດການຂັດແຍ້ງກັນ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາ UNCLOS, ບັນດາຝ່າຍຕ້ອງປະຕິບັດຕາມຄຳພິພາກສາເຫຼົ່ານັ້ນ. ເລື່ອງ ຈີນ ຖະແຫຼງວ່າບໍ່ຍອມຮັບຄຳພິພາກສາເຫຼົ່ານັ້ນ ແມ່ນໄປຝືນກັບຫຼັກການແກ້ໄຂບັນດາການຂັດແຍ້ງກັນໂດຍສັນທິວິທີ ທີ່ສອດຄ່ອງກັບກົດໝາຍສາກົນ, ລະອຽດແມ່ນ UNCLOS ແລະ ເຮັດໃຫ້ສິດອຳນາດນິຕິບັນຍັດ - ຄຸນຄ່າພື້ນຖານຂອງປະຊາຄົມສາກົນ ຖືກຫຼຸດລົງ.

ຕອບກັບ