ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບທ່ານປະທານາທິບໍດີລັດເຊຍV.Putin

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 6 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ອອກຈາກນະຄອນຫລວງ ມົດສະກູ ເດີນທາງເຖິງນະຄອນ Shochi. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ V. Putin. 

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຈລະຈາກັບທ່ານປະທານາທິບໍດີລັດເຊຍV.Putin - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະທ່ານປະທານາທິບໍດີ ລັດເຊຍ V. Putin 

(ພາບ: Sputnik)

ກ່າວຄຳເຫັນທີ່ການເຈລະຈາ, ທ່ານປະທານາທິບໍດີ V. Putin ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມລັດເຊຍຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດສັງຄົມຂອງຫວຽດນາມ, ຊົມເຊີຍບັນດາການປະກອບສ່ວນສຳຄັນຂອງຫວຽດນາມ ສຳລັບສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ. ທ່ານປະທານາທິບໍດີ ລັດເຊຍ ຢືນຢັນ: ລັດເຊຍ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າຢູ່ພາກພື້ນ ອາຊີ ປາຊີຟິກ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະເປັນຂີດໝາຍສຳຄັນ, ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບັນດາຜົນງານທຸກດ້ານຊື່ງລັດເຊຍ ບັນລຸໄດ້ໃນໄລຍະຜ່ານມາ, ປັບປຸງທີ່ຕັ້ງສຳຄັນຂອງລັດເຊຍ ໃນເວທີສາກົນ. ທ່ານເລຂາທິການໃຫຍ່ ຢືນຢັນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຖືລັດເຊຍ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈແຖວຫນ້າຂອງຫວຽດນາມ, ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈ່ຳການສະຫນັບສະຫນູນ ແລະ ການຊ່ວຍເຫລືອສຸດອົກສຸດໃຈ ຊື່ງປະຊາຊົນ ລັດເຊຍ ໄດ້ສະຫງວນໃຫ້ແກ່ຫວຽດນາມ ກ່ອນນີ້ກໍ່ຄືໃນປະຈຸບັນ.

ທີ່ການເຈລະຈາ, ການນຳສອງທ່ານໄດ້ແລກປ່ຽນບັນດາມາດຕະການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ