ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບເອກອັກຄະລັດຖະທູດສປປ.ເກົາຫຼີ

Chia sẻ
​(vovworld) - ໃນ​ຖາ​ນະ​ຕຳແໜ່​ງ​ໃໝ່​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ Kim Chang In ຈະ​ມີ​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບເອກອັກຄະລັດຖະທູດສປປ.ເກົາຫຼີ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບເອກອັກຄະລັດຖະທູດສປປ.ເກົາຫຼີ
(ພາບ: TTXVN)


​(vovworld) - ວັນ​ທີ 26/06, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຕຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສປປ.​ເກົາຫຼີ Kim Chang In, ​ເຂົ້າ​ຢ້ຽມ​ອຳ​ລາ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ​້ອວຍພອນ​ປະຊາຊົນ​ສປປ.​ເກົາຫຼີ ບັນລຸ​ໄດ້​ບັນດາ​ໄຊຊະນະ​ທີ່​ມີ​ຄວາມ​ໝາຍ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ; ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ແຮງ​ງານ​ສປປ.​ເກ​ົາຫຼີ, ປະຊາຊົນ ສປປ.​ເກົາຫຼີ ຈະ​ສືບ​ຕໍ່​ບັນລຸ​​​ບັນດາ​ຜົນງານ​​ໃໝ່​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​​​​​ໃຫ້ຫຼາຍ​ກວ່າ​ອີກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ປາດ​ຖະໜາ​ວ່າ, ​ໃນ​ຖາ​ນະ​ຕຳແໜ່​ງ​ໃໝ່​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ Kim Chang In ຈະ​ມີ​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດຢ່າງ​ຕັ້ງໜ້າ​​ກວ່າ​ອີກ.

      ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Kim Chang In ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ລະຫວ່າງ 2 ພັກ ​​ແມ່ນ​ສ້າງ​ໄດ້​ພື້ນຖານ​ດ້ານ​ການ​ເມືອງ​ຢ່າງ​ໝັ້ນຄົງ, ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ປະຊາຊົນ 2 ປະ​ເທດ​ຢ່າງ​ແຮງ​​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເອກ​ອັກຄະ​ລັດຖະທູດ Kim Chang In ​ຢັ້ງຢືນ​ວ່າ, ​ໃນບໍ່​ວ່າຖານະຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານ​ຈະ​ສືບ​ຕໍ່​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງ, ພັດທະນາ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ສປປ.​ເກົາຫຼີ.