ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ
ພາບ:vietnam+
|
ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດບາດກ້າວພັດທະນາຂອງປະເທດຊາດ, ຂອງນະຄອນຫລວງຮ່າໂນ້ຍໃນໄລຍະມໍ່ໆມານີ້. ຜູ້ມີສິດເລືອກຕັ້ງກໍ່ມີຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງກອງປະຊຸມສູນກາງພັກຄັ້ງທີ 6 ຜ່ານມາ ແລະ ຖືວ່າ ບັນດາໝາກຜົນນັ້ນໄດ້ສ້າງຄວາມເພິ່ງພໍໃຈ, ເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ. ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ສະພາບການຢູ່ພາຍໃນປະເທດພວມມີການຫັນປ່ຽນຢ່າງຕັ້ງຫນ້າ. ດ້ານການເມືອງ, ເສດຖະກິດ, ສັງຄົມມີຄວາມສະຖຽນລະພາບ, ທີ່ຕັ້ງບົດບາດຂອງປະເທດຊາດນັບມື້ນັບໄດ້ຍົກສູງຂຶ້ນ.