ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ເອົາ​ໃຈ​ໃສ່​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ແລະ​ ຜົນ​ປະ​ໂຫຍດ​ອັນ​ແທ​ດ​ຈິງ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ

Chia sẻ
(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ເອົາ​ໃຈ​ໃສ່​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ແລະ​ ຜົນ​ປະ​ໂຫຍດ​ອັນ​ແທ​ດ​ຈິງ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ - ảnh 1ກອງປະຊຸມທາງໄກທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ພາບ: VOV)

ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງໄກທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

ກອງປະຊຸມຖືກຈັດຕັ້ງຂຶ້ນເພື່ອແນໃສ່ເຊື່ອມຊືມ, ຮັບປະກັນຄວາມເປັນເອກະພາບ, ຄົບຊຸດໃນການຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ, ສະແດງຄວາມຕັດສິນໃຈສູງ ແລະ ສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໃນທົ່ວລະບົບແນວໂຮມປະເທດຊາດ, ອົງການຈັດຕັ້ງສະມາຊິກ ແລະ ປະຊາຊົນທຸກຊັ້ນວັນນະຢ່າງມີໄຊ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ເອົາ​ໃຈ​ໃສ່​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ແລະ​ ຜົນ​ປະ​ໂຫຍດ​ອັນ​ແທ​ດ​ຈິງ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ (ພາບ: VOV)
  ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ຄວນສືບຕໍ່ເພີ່ມທະວີການສ້າງ ແລະ ປັບປຸງກຸ້ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນຄົງໜັກແໜ້ນ, ເສີມຂະຫຍາຍນໍ້າໃຈປະດິດຄິດສ້າງຂອງປະຊາຊົນທຸກຊັ້ນວັນນະໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເອົາໃຈໃສ່ເຖິງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນແທດຈິງຂອງປະຊາຊົນທຸກຊັ້ນຄົນ, ສ້າງເງື່ອນໄຂສະດວກ ແລະ ຂົນຂວາຍປຸກລະດົມ ແລະ ດຶງດູດປະຊາຊົນເຂົ້າຮ່ວມບັນດາຂະບວນການແຂ່ງຂັນ, ບັ້ນຂົນຂວາຍຕ່າງໆໂດຍແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກປຸກລະດົມຢ່າງແຮງກວ່າອີກ. ທ່ານກ່າວວ່າ:

        “ໜຶ່ງໃນບັນດາໜ້າທີ່ກວມລວມ ແລະ ມີຄວາມສຳຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນສືບຕໍ່ກໍ່ສ້າງ ແລະ ເພີ່ມທະວີການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ຮັບປະກັນຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ.”


ຕອບກັບ